ເຊື່ອບໍວ່າຕອນນີ້ຫຼາຍຄົນເມີນເສີຍຕໍ່ການລະບາດຂອງພະຍາດໂຄວິດ-19 ເພາະລໍຖ້າໃຫ້ມັນຈາງບໍ່ໄຫວແລ້ວ ປາກທ້ອງຕ້ອງເດີນຕໍ່ ຫຼາຍຄົນຈິ່ງເຫຼີງບໍ່ສົນໃຈມາດຕະການປ້ອງກັນ ແລະຍັງມີບາງຄົນບອກວ່າ ບໍສ່ຳໄຂ້ຫວັດໃຫຍ່ຊ້ຳ ບໍຕ້ອງຢ້ານເປັນໄດ້ກໍເຊົາໄດ້ ແຕ່ໃນເວລາແບບນີ້ແລທີ່ຫາຍານະຈະມາຢາມ.
ເຮົາມາເບິ່ງເລື່ອງລາວນີ້ເພິ່ນບອກວ່າ ໃນຊີວິດບໍ່ເຄີຍຄິດວ່າຈະມີຄົນໃນຄອບຄົວເຖິງ 2 ຄົນທີ່ໄດ້ຂີ່ລົດຄັນນີ້ໃນເວລາພາຍໃນ 3 ອາທິດດ້ວຍພະຍາດປອດອັກເສບໂຄວິດ 19 ແລະ ໄດ້ເຮັດໃຫ້ຂ້ອຍສູນເສຍອ້າຍຜູ້ເປັນທີ່ຮັກໄປຢ່າງກະທັນຫັນ!!
ບາງຄົນອາດເຫັນເປັນເລື່ອງທຳມະດາ,ແລະບາງຄົນຍັງຖືເບົາກ່ຽວກັບໂຄວິດ 19 ແຕ່ສຳລັບຂ້ອຍແລ້ວເຈີະກັບໂຕເອງຂ້ອຍຈຶ່ງຮູ້ ແລະ ເຫັນແຈ້ງເຖິງໄພມືດທີ່ມາຈາກໂຄວິດ 19 ໂດຍສະເພາະສາຍພັນໂອໄມຄອນ.
ເປັນຫຍັງຈຶ່ງເອີ້ນໂຄວິດໂອໄມຄອນແມ່ນມ້າມືດ ສຳລັບຂ້ອຍທີ່ເຈີະເອງເຄສພໍ່ ແລະ ອ້າຍຂ້ອຍແມ່ນບໍ່ສະແດງອາການໃດໆເລີຍໃຫ້ເຫັນ, ກວດ ATK ເອງຢູ່ບ້ານບໍ່ຂຶ້ນ ເມື່ອສະແດງອາການແມ່ນພາຍໃນ 16 ຊົ່ວໂມງຕ້ອງພາໄປໂຮງຫມໍເພື່ອປິ່ນປົວດ່ວນ.
ສາຍພັນ (ໂຄວິດໂອໄມຄອນ) ລົງປອດແລ້ວກໍ່ບໍ່ມີອາການໄອໃດໆມີແຕ່ອາການແຫນ້ນຫນ້າເອິກຕ່າງຈາກ (ໂຄວິດສາຍພັນເດວຕ້າ) ທີ່ມີອາການໄອ ປລ:ຄວນເອົາໃຈໃສ່ຖ້າຄອບຄົວມີຜູ້ສູງອາຍຸ ແລະ ຜູ້ທີ່ມີໂລກປະຈຳໂຕ ອາການຂອງແຕ່ລະຄົນທີ່ສະແດງອອກຈະບໍ່ຄືກັນ ແລະ ໄລຍະເວລາໃນການສະແດງອາການແຕ່ລະຄົນຈະບໍ່ຄືກັນແລ້ວແຕ່ສຸຂະພາບແຕ່ລະຄົນ
ທຸກຢ່າງທີ່ຂຽນມາເປັນອາການຂອງຄົນໃນຄອບຄົວຂ້ອຍເອງແຊຮເພື່ອຫມູ່ໆໃນ FB ໄດ້ເອົາໃຈໃສ່ຕື່ມເທົ່ານັ້ນ ຄວນເຝົ້າລະວັງອາການ long covid ສຳລັບຜູ້ປ່ວຍໂຄວິດທີ່ຫາຍດີແລ້ວ
ແຊຮເພື່ອຄົນທີ່ທ່ານຮັກ ໃນເມື່ອເຮົາຫລີກລ່ຽງທີ່ໂຄວິດບໍ່ໄດ້ເຮົາກໍ່ຕ້ອງຮຽນຮູ້ທີ່ຈະຢູ່ກັບມັນຮຽນຮູ້ທີ່ຈະປ້ອງກັນເຊື້ອພະຍາດ ຮຽນຮູ້ແລະສຶກສາອາການເບື້ອງຕົ້ນຂອງໂຄວິດແຕ່ລະສາຍພັນເພື່ອທີ່ຈະສາມາດປະເມີນແລະຮັກສາເມື່ອຄົນທີ່ເຮົາຮັກຕິດເຊື້ອ