ໝໍສະມອງເດັກເຕືອນ ກໍລະນີ ເ ດັ ກຕິດໂ ຄ ວິ ດບໍ່ມີໂລກປະຈຳຕົວແຕ່ອາການຮຸນແຮງ ສຸດທ້າຍເສຍຊີວິດ

0
251

ໂຄວິດສາຍພັນໃໝ່ຮຸນແຮງໃນເດັກ ໂຄວິດບໍ່ແມ່ນໄຂ້ຫວັດທຳມະດາສຳລັບທຸກຄົນທ່ານໝໍສະໝອງເດັກນ້ອຍ, ເຜີຍເຄສເດັກຕິດໂຄວິດ, ບໍ່ມີພະຍາດປະຈຳຕົວ ແຕ່ມີອາການທາງສະໝອງຮຸນແຮງ, ພົບຮອຍພະຍາດຢູ່ຕຳແໜ່ງສະເພາະເຂົ້າໂຮງໝໍໄດ້ພຽງ3 ມື້ເສຍຊີວິດ. #ແນະນຳສັງເກດອາການໄຂ້ຊ໋ອກຊຶມແລະນອນລັບຫຼາຍຜິດປົກກະຕິ

ທ່ານໝໍຊ່ຽວຊານສະໝອງຂອງໂຮງໝໍປະເທດໄທໄດ້ໂພດລົງເຟສບຸກສ່ວນຕົວໂດຍມີເນື້ອໃນວ່າ:​“ຄິດຢູ່ດົນເຕີບວ່າຊິໂພດເລື່ອງນີ້ຫຼືບໍ່ເພາະເປັນໝໍສະໝອງເດັກເລີຍບໍ່ຄ່ອຍມີຄົນເຈັບເປັນເດັກນ້ອຍທີ່ຕິດໂຄວິດ ແລະ ບໍ່ມັກມີອາການທາງສະໝອງໄດ້ແຕ່ຕິດຕາມຂ່າວຈາກຕ່າງປະເທດ

ຈົນຮອດລະດູການຂອງ​ ‘ໂອມິຄຣອນ’ ເລີ່ມໄດ້ຮັບປຶກສາອາການທາງລະບົບປະສາດດຸຂຶ້ນຈາກທົ່ວທຸກສາລະທິດກໍສາມາດປົວໄດ້ຈົນ 2 ອາທິດທີ່ຜ່ານມາໄດ້ຮັບປຶກສາເຄສເດັກນ້ອຍ 2 ຈາກຄົນລະແຂວງ (ອາຍຸ 6 ປີ ແລະ 8 ປີ) ບໍ່ມີພະຍາດປະຈຳຕົວມາກ່ອນ, ແຕ່ມີອາການທາງສະໝອງຢ່າງຮຸນແຮງຄື: ໄຂ້, ຊ໋ອກ, ຊືມລົງຢ່າງໄວວາພຽງແຕ່ບໍ່ພໍເທົ່າໃດຊົ່ວໂມງບໍ່ຮອດມື້ກໍເສຍຊີວິດ.

ເມື່ອເບິ່ງພາບການສະແກນສະໝອງແບບຜິວເຜີນກໍຄືບໍ່ມີຫຍັງຫຼາຍ(ພາສາໝໍຄືສະໝອງບວມເປັນບ່ອນໆ) ແຕ່ຖ້າເບິ່ງລະອຽດແລ້ວຈະພົບຮອຍພະຍາດຢູ່ຕຳແໜ່ງສະເພາະຂອງສະໝອງຄື thalamus (ທາ-ລາ-ມັສ) 2 ເບື້ອງ, ໝໍສະໝອງເດັກກໍບອກວ່າພາວະທາງສະໝອງແບບນີ້ພົບໄດ້ໃນໄວລັສຫຼາຍຊະນິດໂດຍສະເພາະໄຂ້ຫວັດໃຫ່ຍກົນໄກການເກີດພະຍາດແມ່ນຍັງບໍ່ທັນຮູ້ຊັດເຈນ”

ທ່ານໝໍຍັງໃຫ້ຂໍ້ມູນເພີ່ມຕື່ມອີກວ່າ: ກ່ອນໜ້ານັ້ນເດັກນ້ອຍທັງ 2 ຄົນແມ່ນໄດ້ຮັບການສັກວັກຊີນກັນໂຄວິດຄົນລະ 1 ເຂັມ ​ໂດຍຫຼັງຕິດເຊື້ອໂຄວິດມີອາການໄຂ້, ຮາກ, ຊ໋ອກຢ່າງຮຸນແຮງເມື່ອມາຮອດໂຮງໝໍໄດ້ໃສ່ທໍ່ຊ່ວຍຫາຍໃຈແຕ່ເດັກນ້ອຍບໍ່ຟື້ນ ແລະ ເສຍຊີວິດໃນ 3 ມື້ຕໍ່ມາ.

ຈຸດທີ່ໜ້າສັງເກດຂອງເດັກນ້ອຍ 2 ຄົນນີ້​ມີອາການແຕກຕ່າງຈາກຄົນອື່ນໆ, ສ່ວນໃຫ່ຍ 90% ຫຼັງຈາກຊ໋ອກລະໄດ້ຮັບຢາຈະຟື້ນຕົວກັບມາເປັນປົກກະຕິ, ແຕ່ກັບ 2 ຄົນນີ້ໄດ້ຮັບຢາແລ້ວກໍຍັງຊ໋ອກ, ຫຼັງໃຫ້ຢາກໍບໍ່ຟື້ນອີກເລີຍ ເປັນອາການ‘ພາວະສະໝອງອັກເສບ’ ທີ່ມີອາການຮຸນແຮງຫຼາຍ ແລະ ອາການໜັກຢ່າງໄວ ເຊິ່ງກ່ຽວຂ້ອງກັບໂຄວິດແນ່ນອນ ແຕ່ຍັງບໍ່ທັນມີໃຜຮູ້ວ່າໂຄວິດມັນໄປເຮັດຫຍັງໃຫ້ຈຶ່ງເປັນແບບນີ້.

ທ່ານໝໍຍັງກ່າວຕື່ມອີກວ່າ: ຂໍ້ມູນໃນປະເທດໄທກ່ຽວກັບອາການທາງສະໝອງໃນເດັກນ້ອຍທີ່ຕິດໂຄວິດນັ້ນຍັງມີໜ້ອຍຫຼາຍ ຂະໜາດໃນຕ່າງປະເທດກໍຍັງມີໜ້ອຍ, ວົງການແພດຕ້ອງໄດ້ເຮັດຫຍັງເພີ່ມຕື່ມກ່ຽວກັບໂຄວິດໃນເດັກນ້ອຍ ແລະ ອາການແຊກຊ້ອນທາງປະສາດ

ທ່ານໝໍຍັງຢ້ຳຕື່ມວ່າ: ອາການຮຸນແຮງແບບນີ້ພົບໄດ້ນ້ອຍຫຼາຍຖ້າທຽບກັບຈຳນວນຜູ້ຕິດເຊື້ອທັງໝົດຢາກໃຫ້ຮູ້ວ່າມີພາວະແບບນີ້ແຕ່ບໍ່ໃຫ້ຕົກໃຈ ການໄດ້ຮັບວັກຊີນຄົບ 2 ເຂັມແມ່ນມີປະໂຫຍດໃນການປ້ອງກັນ ແລະ ຫຼຸດຄວາມຮຸນແຮງຂອງພະຍາດໄດ້ ລວມຮອດຫຼຸດອັດຕາການເສຍຊີວິດເມື່ອທຽບກັບຄົນທີ່ບໍ່ໄດ້ຮັບວັກຊີນ.

ຂໍ້ແນະນຳໃຫ້ສັງເກດອາການ, ຖ້າມີອາການໄຂ້, ຊ໋ອກ, ຮ່ວມກັບຊືມ ຢ້ຳວ່າ ‘ຊືມ ແລະ ນອນລັບດົນຫຼາຍ’ ຈະເປັນອາການເດັ່ນໃນພາວະນີ້ຈະຕ່າງກັບຄົນສ່ວນຫຼາຍຈະມີໄຂ້ ແລະ ຊ໋ອກ ຫຼັງໃຫ້ຢາແລ້ວຈະຟື້ນຄືນຄືເກົ່າ ໃຫ້ຢາກັນຊ໋ອກກໍມັກຈະຄວບຄຸມການຊ໋ອກໄດ້ ແລະ ປອດໄພ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.