ແຂວງ ຄຳມ່ວນ! ຫ້າມບຸກຄົນຈາກພື້ນທີ່ແດງເຂົ້າແຂວງ ສ່ວນພາຍໃນແຂວງອະນຸຍາດເປີດການຮຽນ-ການສອນແບບເຊີ່ງໜ້າ ແຕ່ປິດໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອະນຸບານ. ພ້ອມກັນນີ້ ຍັງອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວໃນທົ່ວແຂວງໄດ້
ເຈົ້າແຂວງ ແຂວງຄຳມ່ວນ ໄດ້ອອກຄຳສັ່ງ ວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມໂຄວິດ-19 ເຊີ່ງໃນນັ້ນລະບຸໄວ້ບາງຂໍ້ວ່າ:
ຫ້າມບຸກຄົນ ທີ່ມາຈາກພື້ນທີ່ມີການຕິດເຊື້ອຢູ່ຊຸມຊົນ (ໜ່ວຍ ຫຼື ຄຸ້ມສີແດງ) ເດີນທາງເຂົ້າ ມາແຂວງຄຳມ່ວນ ໂດຍເດັດຂາດ; ຖ້າມີຄວາມຈໍາເປັນຕ້ອງໄດ້ຮັບການອະນຸຍາດຈາກຄະນະສະເພາະ ກິດແຂວງຄໍາມ່ວນ, ມີໃບຢັ້ງຢືນການສັກວັກຊີນຄົບໂດສ, ໃບຢັ້ງຢືນກວດຫາເຊື້ອພະຍາດໂຄວິດ-19 ທີ່ມີກຳນົດບໍ່ເກີນ 72 ຊົ່ວໂມງ; ຫ້າມບຸກຄົນ ພາຍໃນແຂວງຄໍາມ່ວນເດີນທາງໄປພື້ນທີ່ມີການຕິດເຊື້ອ ໃນຊຸມຊົນ (ໜ່ວຍ ຫຼື ຄຸ້ມສີແດງ) ຢ່າງເດັດຂາດ.
ອະນຸຍາດໃຫ້ເປີດການຮຽນ-ການສອນ ທຸກຊັ້ນ, ທຸກສາຍ ແລະ ສາຂາວິຊາຊີບຕ່າງໆ ແບບເຊິ່ງ ໜ້າປົກກະຕິ ໃນທົ່ວແຂວງ. ມອບໃຫ້ຂະແໜງສຶກສາທິການ ແລະ ກິລາ
ຮີບຮ້ອນສົມທົບກັບຂະແໜງສາທາ ລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ກວດກາ, ປະເມີນ ຕາມເງື່ອນໄຂ ແລະ ມາດຕະການຕ່າງໆ ຕາມແຈ້ງ ການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1096/ສສກ, ລົງວັນທີ 16 ພະຈິກ 2021.
ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວໃນທົ່ວແຂວງ ໃຫ້ຜູ້ປະກອບການເປັນເຈົ້າການຈັດຕັ້ງ ປະຕິບັດມາດຕະການ ປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ. ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກ ປະເພດ, ຖ້າບໍ່ປະຕິບັດຕາມເງື່ອນໄຂຕ່າງໆທີ່ໄດ້ກຳນົດໄວ້ຈະໄດ້ແຈ້ງປິດການບໍລິການໂດຍທັນທີ. ມອບໃຫ້ ຂະແໜງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສົມທົບ ຄະນະສະເພາະກິດໂຄວິດ-19 ຂັ້ນແຂວງ, ຂັ້ນ ເມືອງ ຕິດຕາມ, ກວດກາ ແລະ ປະເມີນຢ່າງເປັນປົກກະຕິ.