ປະຊາຊົນຖາມ ໄລ່ພວກຂ້ອຍໜີ ແລ້ວພວກຂ້ອຍຊິໄປຢູ່ໃສ?

0
176

ຈາກຜູ້ໃຊ້ເຟສບຸກທ່ານໜຶ່ງ ທີ່ໃຊ້ຊື່ວ່າ N’Noy Sengphachan ໄດ້ໂພສວ່າ : ໄລ່ພວກຂ້ອຍໜີ ແລ້ວພວກຂ້ອຍຊິໄປຢູ່ໃສ? ປະຊາຊົນຕາດໍາໆຫາເຊົ້າກິນຄໍ່າຄືພວກຂ້ອຍ ພວກເຈົ້າຍັງກ້າເຮັດແບບນີ້ ໂຄວິດກໍມາລະບາດເຂົ້ານໍ້າຊໍ້າປາຊິກິນແຕ່ລະມື້ພວກຂ້ອຍຍັງບໍ່ມີຊິກິນແລ້ວ ພວກເຈົ້າບໍ່ຄິດເຫັນອົກເຫັນໃຈເພື່ອນມະນຸດນໍາກັນແນ່ຫວາ

ວອນທ່ານນາຍົກ ລົງມາເບິ່ງປະຊາຊົນຜູ້ທຸກຍາກແດ່.ເດືອດຮ້ອນຫລາຍ.ຖ້າມີສີນທຳໃນໃຈແດ່ ຄົງຈະບໍ່ເປັນແບບນີ້ຢາກໄລ່ຫນີ ແຕ່ບໍ່ມີຄ່າຕອບແທນ.ເຮັດໃຫ້ຄົນດີໆ ເກີດປາກົດການຫຍໍ້ທໍ້ .

ຄົນຫມົດຫົນທາງສິ່ງໃດກໍ່ເກີດຂຶ້ນໄດ້ຢ່າກົດດັນປະຊາຊົນຢ່າບີບຄັ້ນຂົ່ມເຫັງກັນແບບນີ້ ຄົນຄືກັນ ຖ້າເປັນທ່ານ ຖືກກະທຳແບບນີ້ສິມີຄວາມສຸກຫລືບໍ່ .

ຄ່າຕອບແທນທີ່ຝ່າຍໂຈດສະເຫນີມາ : ໃຫ້ເລືອກ 2 ຢ່າງ ເອົາຢ່າງໃດຢ່າງ1 : 1. ແມ່ນເງິນ 2 ແສນບາດ ທີ່ບໍ່ຮູ້ວ່າຈະໄດ້ແທ້ບໍ່. 2. ແມ່ນດິນຢູ່ເຂດນອກຫ່າງໄກສອກຫລີກ ບໍ່ມີນ້ຳໄຟ ແລະ ທຸລະກັນດານ .

ຄົນທີ່ຫມົດຫົນທາງສູ້ ຫາກິນໄປວັນໆກະມີ ຫາເງິນຊື້ເຂົ້າກິນແຕ່ລະມື້ກະໄດ້ປະຢັດອົດອອມເອົາ ແຕ່…ສິຖືກໄລ່ຫນີ ມັນສົມຄວນລະບໍ ທີ່ຫລາຍຊີວິດ ຫຼາຍຄອບຄົວຈະຕ້ອງຕົກລະກຳລຳບາກ ແບບນີ້ . ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ປະຊາຊົນຖາມ ໄລ່ພວກຂ້ອຍໜີ ແລ້ວພວກຂ້ອຍຊິໄປຢູ່ໃສ?

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.