ແຈ້ງໃໝ່ເດີ້ ຈາກຫຼວງພະບາງ ໃຜປ່ວຍໂ ຄ ວ ິ ດຕ້ອງຮັບຜິດຊອບຄ່າອາຫານເອງ

0
139

ປັນຂ່າວດ່ວນ‼️ທີ່ທຸກຄົນຕ້ອງຮູ້ ເພື່ອກຽມຕົວແຕ່ຕົ້ນ ແລະຖ້າບໍ່ຢາກຈ່າຍເງິນຕ້ອງຮ່ວມກັນເປັນເຈົ້າການນຳກັນ ເຊິ່ງແຂວງຫຼວງພະບາງ​ ແຈ້ງເຖິງຜູ້ຕິດເຊື້ອໂຄວິດທີ່ປິ່ນປົວຕ້ອງໄດ້ຮັບຜິດຊອບຄ່າກິນຢູ່ ເລີ່ມປະຕິບັດ​ 23​ ພະຈິກນີ້ເປັນຕົ້ນໄປ, ເຮັດແບບນີ້ກໍ່ດີໄປແນວໜຶ່ງ ເພື່ອແບກຫາບພາລະຊ່ວຍພາກລັດອີກແຮງ.


ໃນວັນທີ​ 23​ ພະຈິກ​ 2021​ ນີ້​ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19​ ແຂວງ​ຫຼວງພະບາງ​ ອອກແຈ້ງການເລື່ອງການຈັດຕັ້ງປະຕິບັດການຮັບຜິດຊອບພັນທະດ້ວຍຕົວເອງຂອງພາກສ່ວນທີ່ຕິດເຊື້ອໂຄວິດ-19​ ຢູ່ພາຍໃນແຂວງ.​ ໄລຍະຜ່ານມາທາງພາກລັດ ແລະ ອົງການຈັດຕັ້ງສາກົນ ກໍ່ໃຫ້ການສະໜັບສະໜູນ ດ້ານງົບປະມານເຂົ້າໃນ ວຽກງານຄວບຄຸມ ແລະ ແກ້ໄຂສະພາບການລະບາດເຊັ່ນ: ທາງອົງການກາແດງສະວິສ ໄດ້ສະໜັບສະໜູນຄ່າອາຫານ ສຳລັບແຮງງານເຄື່ອນຍ້າຍ ຢູ່ໃນສູນກັກກັນ ແລະ ຄ່າອາຫານສໍາລັບຜູ້ຕິດເຊື້ອໃນໂຮງໝໍພາກສະໝາມມາຕະຫຼອດ ແຕ່ມາຮອດປະຈຸບັນທາງອົງການກາແດງໄດ້ຢຸດ ສະໜັບສະໜູນຕາມແຈ້ງການ ສະບັບເລກທີ 105/ ກດລ, ລົງວັນທີ 16 ພະຈິກ 2021​ ວ່າດ້ວຍເລື່ອງການໂຈະສະໜອງອາຫານ, ນ້ຳດື່ມ ແລະ ເຄື່ອງໃຊ້ພື້ນຖານໃຫ້ແກ່ໂຮງໝໍພາກສະໜາມປິ່ນປົວພະຍາດໂຄວິດ-19 ຢູ່ ແຂວງຫຼວງພະບາງ.

ສະນັ້ນ,​ ຈິ່ງມີຄວາມຈຳເປັນຕ້ອງໄດ້ຮຽກຮ້ອງມາຍັງ ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ຈະມາປິ່ນປົວຢູ່ໂຮງໝໍແຂວງ ແລະ ໂຮງໝໍພາກສະໜາມ ປະກອບສ່ວນຊ່ວຍຄ່າອາຫານ, ການກິນຢູ່, ທີ່ພັກເຊົາ, ເຊິ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ວັນທີ 23 ພະຈິກ 2021 ເປັນຕົ້ນໄປ, ເຊີ່ງມີລາຍລະອຽດດັ່ງນີ້:


1. ຈະໄດ້ເລີ່ມເກັບຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ຳດື່ມຂອງພາກສ່ວນທີ່ຕິດເຊື້ອ ເພື່ອຈະຈັດຊື້ ແລະ ອຳນວຍ ຄວາມສະດວກ ໃນການສະໜອງອາຫານ ໃຫ້ແກ່ພາກສ່ວນທີ່ເຂົ້ານອນປິ່ນປົວຢູ່ໂຮງໝໍພາກສະໜາມ ໃນແຫ່ງ ຕ່າງໆພາຍໃນແຂວງຫຼວງພະບາງເວົ້າລວມ, ເວົ້າສະເພາະ ກໍແມ່ນຜູ້ໃດຕິດເຊື້ອ ແມ່ນຈະໄດ້ຮັບຜິດຊອບ ຄ່າໃຊ້ຈ່າຍເປັນຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ຳດື່ມ ດວ້ຍຕົນເອງ.​
2. ສໍາລັບພາກສ່ວນພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍທົ່ວໄປ ແມ່ນຈະໄດ້ຈ່າຍຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ຳດື່ມດ້ວຍຕົນເອງ. ໂດຍກໍານົດ ຄ່າອາຫານ 30.000 ກີບ/ຄົນ/ມື້ (ອາຫານສາມຄາບ), ຄ່ານ້ຳດື່ມ 10.000ກີບ/ຄົນ/ມື້​ ໄລຍະນອນປິ່ນປົວຜູ້ທີ່ມີອາການປົກກະຕິແມ່ນ 14 ວັນ ຄ່າໃຊ້ຈ່າຍສໍາລັບອາຫານ ລວມມູນຄ່າ 560.000 ກີບ/ຄົນ, ກໍລະນີຜູ້ທີ່ຕິດເຊື້ອຫາກມີອາການແມ່ນຈະໄດ້ສືບຕໍ່ປິ່ນປົວແມ່ນຈະໄດ້ຈ່າຍເພີ່ມອີກຕາມວັນທີ່ນອນປິ່ນປົວຕົວຈີງ, ສ່ວນຄ່າໃຊ້ຈ່າຍເຄື່ອງ ໃຊ້ສອຍສ່ວນຕົວ ແມ່ນຜູ້ກ່ຽວຮັບຜິດຊອບເອງ.
3. ສຳລັບພາກສ່ວນ ໂຮງຈັກ, ໂຮງງານ ຫຼື ສະຖານທີ່ຕ່າງໆທີ່ມີສະມາຊິກ, ກຳມະກອນ 50 ຄົນຂື້ນໄປ ແມ່ນກໍລະນີເກີດລະບາດແມ່ນໃຫ້ພົວພັນທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຈັດຕັ້ງໂຮງໝໍພາກສະໜາມປິ່ນປົວຢູ່ກັບທີ່ ສ່ວນຄ່າໃຊ້ຈ່າຍຕ່າງໆແມ່ນມອບໃຫ້ພາກສ່ວນກ່ຽວຂ້ອງເປັນຜູ້ຮັບຜິດຊອບເອງ.
4. ສຳລັບບັນດາສຳນັກງານ, ອົງການ, ພະແນກການ, ກົມກອງ, ລັດວິສາຫະກິດ, ບັນດາຫົວໜ່ວຍຖູລະກິດຕ່າງໆໃຫ້ມີມາດຕະການປ້ອງກັນຕົນເອງ, ຖ້າຫາກພະນັກງານທີ່ສັງກັດຢູ່ໃນຄວາມຮັບຜິດຊອບຂອງຕົນ ຫາກມີກໍລະນີຜູ້ຕິດເຊື້ອ ແມ່ນຈະໄດ້ມອບໃຫ້ພາກສ່ວນດັ່ງກ່າວ ເປັນຜູ້ຮັບຜິດຊອບຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ຳດື່ມດ້ວຍຕົນເອງ.
5.​ ທາງພາກລັດແມ່ນຈະໄດ້ຮັບຜິດຊອບແຕ່ ສະຖານທີ່ປິ່ນປົວ, ຢາປົວພະຍາດ ແລະ ອຳນວຍຄວາມສະດວກຕ່າງໆໃນການຮັບເຂົ້າສູນ, ໂຮງໝໍພາກສະໜາມ ແລະ ສະຖານທີ່ຮອງຮັບປິ່ນປົວ6. ສໍາລັບຜູ້ທີ່ມີເງື່ອນໄຂ ຫຼື ບໍ່ສະດວກທີ່ຈະເຂົ້າໄປປິ່ນປົວຢູ່ໂຮງໝໍແຂວງ ໂຮງໝໍຊຸມຊົນ ແລະ ໂຮງໝໍພາກສະໜາມ​ ທາງຄະນະສະເພາະກິດແຂວງ ໄດ້ກໍານົດໂຮງແຮມເປັນສະຖານທີ່ປິ່ນປົວ ສະເພາະຜູ້ມີ ເງື່ອນໄຂດ້ານເສດຖະກິດ ໂດຍມີວິຊາການແພດປິ່ນປົວປະຈຳ, ແຕ່ທາງພາກສ່ວນກ່ຽວຂ້ອງຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍພັກເຊົາ ຕາມ ລາຄາທີ່ທາງໂຮງແຮມໄດ້ ກຳນົດໄວ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.