ຂໍ້ມູນໃໝ່ອີກຝ່າຍກ່ຽວກັບເລື່ອງທີ່ດິນ ຢູ່ບ້ານໂພນສີນວນເລື່ອງ: ຂໍກຳລັງເຈົ້າໜ້າທີ່
ອີງຕາມ ມາດຕາ 16 (ໃໝ່) ຂອງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ(ສະບັບປັບປຸງ) ເລກທີ 048/ສພຊ ລົງວັນທີ 28 ກໍລະກົດ 2008.ອີງຕາມ ຄຳພິພາກສາ ຂອງສານປະຊາຊົນສູງສຸດ ເລກທີ 07-240/ຄສພ.ຂລ ລົງວັນທີ 18 ຕຸລາ 2007ຄະດີລະຫວ່າງ:ນາງ ວິໄລທອງ ສຸດທິພົງ……. ໂຈດ ປະຊາຊົນ 36 ຄອບຄົວ………ພວກຈໍາເລີຍ.ກ່ຽວເລື່ອງ ທວງໃຫ້ຍົກຍ້າຍອອກຈາກທີ່ດິນ ແລະ ເຮືອນ.
ເພື່ອເຮັດໃຫ້ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ໄດ້ຮັບການຈັດຕັ້ງປະຕິບັດຕາມຂັ້ນຕອນ ຂອງກົດໝາຍທີ່ໄດ້ກຳນົດໄວ້.ຂະແໜງ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ນະຄອນຫຼວງວຽງຈັນ ຂໍຮຽນສະເໜີມາຍັງທ່ານ ເພື່ອຊ່ວຍບັນຈຸກຳລັງເຈົ້າໜ້າທີ່ຕຳຫຼວດຈຳນວນ 5 ທ່ານ, ເພື່ອເຂົ້າຮ່ວມໃນການຈັດຕັ້ງປະຕິບັດຄໍາພິພາກສາຂອງສານ (ລົງຍົກຍ້າຍພວກຈໍາເລີຍ ແລະ ຜູ້ທີ່ອາໃສຢູ່ທີ່ດິນ-ເຮືອນ), ບ້ານ ໂພນສີນວນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງ ຈັນ ໃນວັນທີ 23 ພະຈິກ 2021.
ຂະແຫນງຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ນະຄອນຫຼວງວຽງຈັນ ແຈ້ງການມາຍັງ ທ້າວ ຫົ່ມ, ທ້າວ ທະນະວັດໄຊ, ທ້າວ ຄໍາຂານ ແລະ ບັນດາບຸກຄົນ (ປະຊາຊົນ 36 ຄອບຄົວ) ທີ່ອາໃສຢູ່ທີ່ດິນຕອນຂັດແຍ່ງ ຢູ່ ບ້ານ ໂພນສີນວນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ຕາມຄໍາພິພາກສາຂອງສານ ຊາບວ່າ:
1. ໃຫ້ຍົກຍ້າຍອອກຈາກທີ່ດິນ ແລະ ເຮືອນ ຕອນຂັດແຍ່ງ ດ້ວຍຕົນເອງໃຫ້ສໍາເລັດ ພາຍໃນກໍານົດ ເວລາ 07 ວັນ ໂດຍເລີ່ມຕົ້ນແຕ່ ວັນທີ 09 ພະຈິກ ເຖິງ ວັນທີ 16 ພະຈິກ 2021 ແລະ ຈະໄດ້ ຮັບເອົານະໂຍບາຍ ທີ່ຝ່າຍໂຈດມີນະໂຍບາຍໃຫ້ຄື: ທີ່ດິນ ເນື້ອທີ່ 300 ຕາແມັດ ຕໍ່ຫນຶ່ງຄອບຄົວ ທີ່ຕັ້ງຢູ່ບ້ານ ນາຊາ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ;
2. ຖ້າຄອບຄົວມີຈຸດປະສົງທີ່ຈະຍົກຍ້າຍອອກ ແຕ່ຂາດແຮງງານ ແລະ ພາຫະນະຂົນສິ່ງຂອງຕ່າງໆ ອອກຈາກທີ່ດິນ ແລະ ເຮືອນ ແມ່ນສາມາດປະສານການຊ່ວຍເຫຼືອໄດ້ທີ່ຂະແຫນງຈັດຕັ້ງປະຕິບັດ ຄໍາຕັດສິນອງສານ ໃນໂມງລັດຖະການ;
3. ພາຍຫຼັງຫມົດກໍານົດເວລາຕາມແຈ້ງການສະບັບດັ່ງກ່າວແລ້ວ; ຖ້າຫາກຜູ້ທີ່ອາໃສຢູ່ທີ່ດິນຕອນ ດັ່ງກ່າວບໍ່ຍົກຍ້າຍອອກດ້ວຍຕົນເອງ, ຂະແຫນງຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈະໄດ້ສົມທົບ ຄະນະກໍາມະການພາກສ່ວນຕ່າງໆທີ່ກ່ຽວຂ້ອງລົງທໍາການຍົກຍ້າຍໃຫ້ສໍາເລັດຕາມຄໍາພິພາກສາ ຂອງສານ ແລະ ຕາມຂັ້ນຕອນຂອງກົດຫມາຍ, ຖ້າມີການຂັດຂວາງຈະໄດ້ໃຊ້ມາດຕະການຢ່າງ ຢ່າງເຂັ້ມງວດ;
ສະນັ້ນ, ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຄູ່ຄວາມຕາມກົດຫມາຍຂະແຫນງ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານຈຶ່ງອອກແຈ້ງການ ສະບັບດັ່ງກ່າວ ມາຍັງ ທ້າວ ກຸ່ມ, ທ້າວ ທະນະວັດໄຊ, ທ້າວ ດໍາຂານ ແລະ ບັນດາບຸກຄົນ (ປະຊາຊົນ 36 ຄອບຄົວ) ທີ່ອາໃສຢູ່ທີ່ດິນຕອນຂັດແຍ່ງ ທີ່ຕັ້ງຢູ່ບ້ານ ໂພນສີ ນວນ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ປະຕິບັດຕາມວັນເວລາດັ່ງກ່າວຂ້າງເທິງນີ້ຢ່າງເຂັ້ມງວດ.