ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນ ການຮ່ວມມື ປະຈຳປີ 2020 ແລະ ປຶກສາຫາລືແຜນການຮ່ວມມືປະຈຳ ປີ 2022 ລະຫວ່າງ ກະ ຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະ ກະຊວງພາຍໃນແຫ່ງຣາຊະອານາຈັກກຳປູ ເຈຍ ໃນວັນທີ 22 ພະຈິກ 2021 ໂດຍລະບົບທາງ ໄກ, ໂດຍການເປັນປະທານຮ່ວມຂອງ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບແຫ່ງ ສປປ ລາວ ແລະ ສົມເດັດ ກູ້ ລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງພາຍໃນແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍ ຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ, ພົທ ວິໄລ ຫຼ້າຄຳຟອງ ໄດ້ກ່າວວ່າ ສປປລາວ ແລະ ຣາຊະອານາຈັກກຳປູ ເຈຍ ມີມູນເຊື້ອການພົວພັນຮ່ວມມືຖານບ້ານ ໃກ້ເຮືອນຄຽງ, ມີຊາຍແດນຕິດຈອດກັນ ທັງທາງບົກ ແລະທາງນໍ້າ,ເປັນບ້ານແກ່ວເມືອງດອງ,ມີຮີດຄອງປະເພນີ ແລະ ວັດທະນະທຳທີ່ຄ້າຍຄືກັນ, ປະຊາ ຊົນຂອງສອງປະເທດມີການໄປ-ມາຫາສູ່ຊ່ວຍ ເຫຼືອເຊິ່ງກັນ ແລະ ກັນມາແຕ່ດົນນານ ທັງໄລຍະທ້ອນໂຮມປະເທດຊາດ ຍາດເອົາຄວາມເປັນເອ ກະລາດແຫ່ງຊາດ ຈາກພວກຈັກກະພັດຕ່າງດ້າວ ກໍຄື ໄລຍະສ້າງສາພັດທະນາປະເທດຊາດໃນປັດຈຸ ບັນ, ມູນເຊື້ອຄວາມສາມັກຄີຮັກແພງ ດັ່ງກ່າວໄດ້ກາຍເປັນປັດໄຈຕັດສິນແຫ່ງ ການຄົງຕົວຂອງສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດລາວ-ກຳ ປູເຈຍ ເຊິ່ງບໍ່ມີຫຍັງທີ່ຈະຕັດຂາດສາຍພົວພັນດັ່ງ ກ່າວໄດ້.
ການພົບປະຜ່ານລະບົບກອງປະຊຸມແບບທາງ ໄກ ລະຫວ່າງ ສອງກະຊວງໃນຄັ້ງນີ້ ຈະປະກອບສ່ວນສຳຄັນ ເຂົ້າໃນການສືບຕໍ່ຮັດແໜ້ນສາຍພົວ ພັນ ມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ ລະຫວ່າງ ສອງຊາດ ກໍຄື ປະຊາຊົນ ສອງປະເທດໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະແມ່ນການຮ່ວມມືຮັກສາຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍຕາມເຂດຊາຍແດນ ເຮັດໃຫ້ ຊາຍແດນລະຫວ່າງສອງປະເທດເປັນ ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື, ອຳນວຍຄວາມສະດວກ ແລະ ຮັກສາຄວາມປອດໄພ ໃຫ້ແກ່ປະຊາຊົນຂອງສອງປະເທດໃນການໄປ-ມາຫາສູ່ເຊິ່ງກັນແລະກັນ ໂດຍສອດຄ່ອງກັບລະບຽບໝາຍຂອງສອງ ປະເທດ; ຄຽງຄູ່ກັນນັ້ນ, ຍັງມີບາງດ້ານທີ່ ທັງສອງຝ່າຍຈະຕ້ອງໄດ້ເພີ່ມທະວີຮ່ວມມື ກັນຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳຫຼາຍຂຶ້ນ ເປັນຕົ້ນແມ່ນການແລກປ່ຽນຂໍ້ມູນຂ່າວ ສານທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມຊາຍແດນຂອງສອງປະເທດ, ການແກ້ໄຂບັນຫາທີ່ເກີດຂຶ້ນຕາມຊາຍ ແດນ ແລະ ວຽກງານອື່ນໆ ເພື່ອສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບແລະການຮ່ວມມືລະ ຫວ່າງສອງຊາດ ເວົ້າລວມ, ເວົ້າສະເພາະສອງກໍາລັງປ້ອງກັນຄວາມສະຫງົບລາວ-ກຳປູເຈຍໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.
ນອກຈາກນັ້ນ, ທ່ານລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບແຫ່ງ ສປປ ລາວ ຍັງໄດ້ສະເໜີທິດທາງການຮ່ວມມື ຄື: ຕ້ອງເພີ່ມທະວີການແລກ ປ່ຽນຂໍ້ມູນຂ່າວສານທີ່ພົວພັນເຖິງຄວາມບໍ່ສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງ ສອງປະເທດ ໂດຍສະເພາະແມ່ນຂໍ້ມູນ ຂ່າວສານທີ່ພົວພັນເຖິງບັນຫາອາຊະຍາກຳ, ການລັກລອບນໍາເຄື່ອງໜີພາສີ, ການລັກລອບຕັດ-ຂົນສົ່ງໄມ້ເຖື່ອນ ແລະ ການ ເຄື່ອນໄຫວທີ່ຜິດກົດໝາຍອື່ນໆ, ສືບຕໍ່ ເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນ ທີ່ດໍາລົງຊີວິດຢູ່ຕາມບໍລິເວນຊາຍແດນ ລາວ-ກຳປູເຈຍໃຫ້ຮັບຮູ້-ເຂົ້າໃຈ ພ້ອມທັງປະຕິບັດກົດໝາຍແລະ ລະ ບຽບການ ເຂົ້າ-ອອກປະເທດຢ່າງຖືກຕ້ອງ, ພ້ອມ ກັນ ແກ້ໄຂບັນຫາທີ່ເກີດຂຶ້ນຕາມຊາຍແດນດ້ວຍສັນຕິວິທີ ສອດຄ່ອງກັບລະບຽບ ຫຼັກການສາກົນ ແລະ ກົດໝາຍພາຍໃນຂອງແຕ່ລະປະເທດ.
ກອງປະຊຸມວ່າດ້ວຍການຮ່ວມມື ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ສືບ ຕໍ່ພົວພັນຮ່ວມມືກັນລະຫວ່າງສອງກະຊວງ ແລະ ລົງນາມເຊັນບົດບັນທຶກການຮ່ວມມືສອງຝ່າຍ ປະຈຳປີ 2022, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ ແຫ່ງສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊັນໂດຍ ພົທ ວິໄລ ຫຼ້າຄຳຟອງ ແລະ ຝ່າຍກຳປູ ເຈຍ ເຊັນໂດຍ ສົມເດັດ ກູ້ລາໂຮມ ຊໍ ເຄັງ ຮອງນາຍົກ ລັດຖະມົນຕີ,ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ໂດຍມີ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນ ສັກຂີພະຍານ.