ທ່ານດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນ ວັນທີ 23 ພະຈິກ ປີ 2021ໃຫ້ຮູ້ວ່າ: ວັນທີ 22 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7.007 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.323 ຄົນ (ຕິດເຊື້ອພາຍໃນ ມີ 1.325 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1318 ຄົນ ຈາກ 17 ແຂວງ ໃນນັ້ນຢູ່ ນະຄອນຫຼວງ 592 ຄົນ ໃນ 197 ບ້ານ, ຫຼວງພະບາງ ມີ 199 ຄົນ ໃນ 47 ບ້ານ, ບໍລິຄຳໄຊ ມີ 116 ຄົນ ໃນ 41 ບ້ານ, ແຂວງວຽງຈັນ ມີ 108 ຄົນ ໃນ 35 ບ້ານ, ຜົ້ງສາລີ ມີ 55 ຄົນ ໃນ 8 ບ້ານ, ອຸດົມໄຊ ມີ 47 ຄົນ ໃນ 12 ບ້ານ, ຈຳປາສັກ ມີ 50 ຄົນ ໃນ 28 ບ້ານ, ໄຊຍະບູລີ ມີ 41 ຄົນ ໃນ 10 ບ້ານ, ບໍ່ແກ້ວ ມີ 39 ຄົນ ໃນ 12 ບ້ານ, ສະຫວັນນະເຂດ ມີ 38 ຄົນ ໃນ 19 ບ້ານ, ສາລະວັນ ມີ 8 ຄົນ ໃນ 7 ບ້ານ, ຫຼວງນ້ຳທາ ມີ 6 ຄົນ, ໃນ 4 ບ້ານ, ຄຳມ່ວນ ມີ 6 ຄົນ ໃນ 5 ບ້ານ, ອັດຕະປື 4 ຄົນ ໃນ 4 ບ້ານ ຫົວພັນ ມີ 4 ຄົນ ໃນ 4 ບ້ານ, ເຊກອງ ມີ 4 ຄົນ ໃນ 3 ບ້ານ ຊຽງຂວາງ ມີ 01 ຄົນ.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຈາກ ສະຫວັນນະເຂດ 1 ຄົນ ແລະ ແຂວງຈໍາປາສັກ 4 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
ຈາກຕົວເລກດັ່ງກ່າວເຮັດໃຫ້ ມາຮອດວັນທີ 23 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 64.482 ຄົນ, ເສຍຊີວິດສະສົມ 137 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 795 ຄົນ, ກໍາລັງປິ່ນປົວ 11.239 ຄົນ.