ວອນຜູ້ໃຈບຸນເຫັນໃຈ ພໍ່ຕູ້ ລາວມາແຕ່ຊຽງຂວາງ ບໍ່ມີເງິນກັບ ຍ່າງຂາເປ ແຂນກະຫັກ ຍ້ອນລົດຕຳເພີ່ນ

0
129

ຈາກຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສວ່າ: ພໍ່ຕູ້ຄຳມຶງ ຍ່າງນຳທາງຊອກຂໍອາຫານກິນປະທັງຊີວິດໄປແຕ່ລະມື້ ນອນຢູ່ຄີວລົດ ຂ້ອຍຂີ່ລົດກາຍແນມເຫັນເລີຍຈອດຖາມລາວ ຕາມທີ່ຂ້ອຍສອບຖາມລາວ ແມ່ນລາວມາແຕ່ຊຽງຂວາງ ກັບບ້ານບໍ່ໄດ້ ບໍ່ມີເງິນ ຍ່າງຂາເປ ແຂນກະຫັກ ຍ້ອນລົດຕຳສອງເທຶ່ອແລ້ວກູ້ໃຜຊ່ວຍເຫລຶອສົ່ງໂຮງໝໍ ຍ້ອນຄວາມເຖົ້າຕາແນມບໍ່ເຫັນແຈ້ງ ຫູກະໄດ້ຍິນຄ່ອຍໆ ຂ້ອຍຖາມລາວວ່າພໍ່ຕູ້ລູກຫລານບໍ່ຊອກຫາຫວາ ລາວຕອບຂ້ອຍວ່າບໍ່ ເຂົາເຮັດວຽກເປັນທະຫານ ລູກສາວຜູ້1ແມ່ນເອົາຜົວລະໄປຢູ່ນຳຜົວເລີຍ
-ຂ້ອຍກະບໍ່ຮູ້ຊິຊ່ວຍແນວໄດ ເລີຍເອົາເງິນໃຫ້44000₭ຕິດໂຕໄປທໍ່ນັ້ນ ຂ້ອຍກະໃຫ້ລາວໝົດເລີຍ
-ທີ່ເຫັນຮູບຂະໝົມຟາມເຮົ້າແມ່ນມີຄົນໃຈບຸນເອົາໃຫ້ລາວ ແຕ່ຄວາມຊື່ຄວາມດີ ມີນ້ຳໃຈຂອງພໍ່ຕູ້ ລາວຈົກຂະໝົມອອກມາໃຫ້ຂ້ອຍເອົາໄປກິນແມ້ລູກ ພໍ່ຕູ້ບໍ່ມັກກິນ ຂ້ອຍຈົນນ້ຳຕາໄຫລທັນທີ່😭😭😭 ລາວບໍ່ຢາກເອົາເງິນເຮົາໄປແບບຟຮີໆ ໂດຍມີຂະໝົມຕອບແທນ👍👍👍
-ຂ້ອຍກະບໍ່ຮູ້ຈະເຮັດແນວໃດ ເລີຍແນມເຫັນເຈ້ຍກັບບິກຢູ່ຂໍລົດ ເລີຍຂຽນເບີໂທຂ້ອຍໃສ່ ບາງທີ່ເກີດເຫດອັນໃດທີ່ຊ່ວຍໄດ້ ຂ້ອຍບອກໃຫ້ລາວເກັບເຈ້ຍນີ້ໄວ້ດີໆເດິ້ ລາວກະໃສ່ຖົງເສຶ້ອໄວ້…..
-ທີ່ຂ້ອຍໂພດລົງ ບໍ່ໄດ້ມີເຈນຕະນາເພຶ່ອສ້າງພາບ ເພຶ່ອໃຫ້ໂຕເອງດູດີ ແຕ່ຂ້ອຍໂພດເພຶ່ອໃຜທີ່ພົບເຫັນກໍ່ຊ່ວຍເຫຼຶອລາວແດ່ເດິ້🙏ຊ່ວຍແຊຕໍ່ໆ ບາງທີ່ລູກຫລານລາວເຫັນ ບາງເທຶ່ອລາວອາດຈະໄດ້ກັບໄປບ້ານເກີດລາວໄວໆ
– ຂໍອະນຸຍາດໂພດ ຂໍອະນຸຍາດແຊເດິ້ເຈົ້າ
– ບໍ່ໄດ້ມີເຈນຕະນາພາກພິ່ງເຖິງໃຜ
– ຂ້ອຍເຊຶ່ອ ຄົນລາວບໍ່ຖິ້ມກັນ🙏

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.