ເອີ້ນໄດ້ວ່າເປັນອີກໜຶ່ງເລື່ອງລາວທີ່ໜ້າເສົ້າຫຼາຍຖ້າເວົ້າເຖິງຄວາມຮັກໃນຄອບຄົວ ຫຼາຍຄອບຄົວກໍຮັກໃຄ່ປອງດອງ ລູກຄິດເຖິງພໍ່ແມ່ຈົນລືມໂຕເອງ ແຕ່ສ່ວນໃຫຍ່ຈະມີແຕ່ພໍ່ແມ່ທີ່ຄິດຫາລູກສະໄໝນີ້ພໍລູກເຕີບໃຫຍ່ມີສັງຄົມຂອງເຂົາກໍບໍຄ່ອຍໃສ່ໃຈຜູ້ໃຫ້ກຳເນີດ ຢ່າລືມວ່າມີເພິ່ນຈິ່ງມາເຮົາຍ້ອນພໍ່ແມ່ລ້ຽງດູເຮົາຈິ່ງເຕີບໃຫຍ່ເປັນຜູ້ເປັນຄົນໄດ້.
ສຳລັບເລື່ອງນີ້ຄືວ່າ ລຸງຄົນໜຶ່ງລາວລໍຖ້າລູກໃຫ້ສົ່ງເງິນມາ ເພິ່ນໄດ້ບອກລູກກ່ອນໜ້ານີ້ແລ້ວວ່າພໍ່ບໍມີເງີນໃຊ້ຈ່າຍແລ້ວລູກສົ່ງເງິນໃຫ້ໃຊ້ແດ່ແຕ່ຫຼັງຈາກລູກໄປແລ້ວມິດຈີ່ລີ່ລຸງທຽວໄປກົດເງິນຫຼາຍເທື່ອກໍ່ໄຮ້ວີ່ແວວຈະໄດ້ເງິນ ຈຸດທີ່ລຸງຢູ່ໄປຫາບ່ອນກົດເງິນກໍ່ບໍໃກ້ຕ້ອງໄດ້ຢືມເງິນຄົນອື່ນຂີ່ລົດອອກໄປອີກ.
ແຕ່ທັ້ງນີ້ລູກຂອງລຸງທີ່ຫາຍງຽບບໍສົ່ງເງິນມາບໍແມ່ນໄປຫາເງິນຫາກເພິ່ນໄປເຫັນທະຫານພັນທະ ດັ່ງນັ້ນການທີ່ຈະສົ່ງເງິນມາອາດບໍແມ່ນ ເງິນກໍຕ້ອງປະຢັດ, ລະບຽບກໍຕ້ອງປະຕິບັດການທະຫານບໍແມ່ນຂອງຫຼິ້ນໃຜຈະໄປໃສມາໃສກໍໄດ້ ທີ່ຜິດຄືສະໄໝນີ້ເຄືອຂ່າຍໂທລະສັບມີຢູ່ທຸກບ່ອນ ຄົນເປັນລູກອອກໄປຫຼາຍວັນຕ້ອງຖາມຂ່າວພໍ່ແມ່ຢ່າງໜ້ອຍບໍມີເງິນໃຫ້ໄດ້ຂ່າວກໍຍັງດີ.
ສຳລັບຄົນທີ່ເປັນພໍ່ແມ່ກໍມີຄົນເຫັນແກ່ຕົວເຫັນຄວາມສະບາຍເປັນຫຼັກແຕ່ສ່ວນໃຫຍ່ແລ້ວກໍເຫັນໃຈລູກ ເຖິງຕົນຊິທຸກຂໍພຽງລູກຢູ່ດີ ທຸກກີບບາດແນວຢູ່ແນວກິນກໍສຸມໃສ່ລູກນັ້ນແລເປັນອັນດັບທຳອິດ ສະນັ້ນລູກຢ່າເຫັນແກ່ສັງຄົມຈົນລືມພໍ່ແມ່ເນີ້ ເຖິງຈະບໍໃຫ້ເງິນກຳລັງໃຈ ແລະການຖາມຫາທຸກສຸກແມ່ນສຳຄັນກວ່າສິ່ງອື່ນໃດ