ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ຄາດຄະເນສະພາບໃນໄລຍະຕົ້ນອາທິດ ວັນທີ 22 ຫາ 23 ພະຈິກ 2021 ຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດ ຈີນຈະມີກໍາລັງອ່ອນ ຫາ ປານກາງ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອ ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີຫມອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ມີຝົນຕົກເລັກນ້ອຍພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ຈາກນັ້ນ ໃນວັນທີ 24 ຫາ 28 ພະຈິກ 2021 ມວນອາກາດໜາວເຢັນຈາກປະເທດຈີນຈະມີກໍາລັງແຮງເພີ້ມຂຶ້ນແຜ່ລົງມາປົກ ຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບລົມມໍລະສູມຕາເວັນອອກສຽງເຫມືອທີ່ມີກໍາລັງແຮງພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນ ລົງ 2 ຫາ 4 ອົງສາ ພ້ອມມີຫມອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ.
ສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເປັນ ຫາ ໜາວຫລາຍ ພ້ອມມີຫມອກຫນາປົກຫຸ້ມໃນຕອນເຊົ້າ ແລະ ມີຝົນຕົກຄ່ອຍຢູ່ບາງ ທ້ອງຖິ່ນ.
ຄໍາເຕືອນເຝົ້າລະວັງ ສະພາບອາກາດໜາວ:ໃນວັນທີ 24 ຫາ 28 ພະຈິກ 2021 ມວນອາກາດໜາວເຢັນຈາກປະເທດຈີນ ຈະມີກໍາລັງແຮງເພີ້ມຂື້ນແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ສົມທົບກັບກະແສລົມມໍລະສູມຕາເວັນ ອອກສຽງເຫມືອທີ່ມີກໍາລັງແຮງພັດປົກຄຸມເປັນສ່ວນໃຫ່ຍ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນ ຫາ ໜາວເຢັນ ລົງ 2 ຫາ 4 ອົງສາ ຢູ່ແຂວງ ພາກເໜືອ, ໂດຍສະເພາະຢູ່ເຂດພູດອຍບັນດາແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍ ລະເວນອາກາດຈະໜາວເປັນ ຫາ ໜາວຫລາຍ,
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງອຸນຫະພູມ, ອາກາດໜາວເຢັນຫລາຍ, ຊຶ່ງອາດຈະມີຜົນກະທົບຕໍ່ສຸກຂະພາບໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈໍາ.