ໃນຊ້ວງນີ້ມີເງີນກໍ່ບໍ່ແມ່ນວ່າຈະໃສ່ນ້ຳມັນໄດ້ງ່າຍ ເພາະບາງປ້ຳນ້ຳມັນກໍ່ບໍ່ມີໃຫ້ໃສ ເລີຍເຮັດໃຫ້ເກີດການຂາດແຄນນຳ້ມັນເກີດຂື້ນ ແລ້ວພ້ອມດຽວກັນນັ້ນ ນ້ຳມັນຂາດແຄນແລ້ວ ລາຄານ້ຳມັນກໍ່ຍັງມີການຂື້ນລາຄາ ສະນັ້ນປັດຈຸບັນນີ້ຈຶ່ງເຮັດໃຫ້ປະຊາຊົນຫຼັ່ງໄຫຼແຫ່ກັນໄປໃສ່ນ້ຳມັນ
ວິກິດນ້ຳມັນ ທຸກຄົນຕ້ອງຫາທາງອອກດ້ວຍວິທີອື່ນແລ້ວ ປະກົດວ່າບັນຫາຂາກແຄນນ້ຳມັນແມ່ນບໍມີສະເພາະເຂດໃດໜຶ່ງເທົ່ານັ້ນ ແຕ່ພົບຢູ່ຫຼາຍແຂວງລວມເຖິງນະຄອນຫຼວງວຽງຈັນ ທີ່ເປັນຈຸດສູນກາງທາງເສດຖະກິດ-ການງານ, ການສືກສາກໍ່ລ້ວນພົບພໍ້ບັນຫາທີ່ວ່ານີ້.
ຕາມຂ່າວຫຼ້າສຸດ ເທດສະບານເມືອງຊຳໃຕ້ແຂວງຫົວພັນ 22/11/2021 ປະຊາຊົນກໍ່ຜະເຊີນບັນຫານ້ຳມັນຂາດປ້ຳ ເຮັດໃຫ້ມື້ທີ່ນ້ຳມັນມາຮອດ ປະຊາຊົນຕ່າງກໍ່ຂັບລົດມາລໍ້ຖ້າຊື້ຕໍ່ແຖວຍາວຢຽດ. ສຳລັບບັນຫານ້ຳມັນຂາດປ້ຳ ທຳອິດເກີດຂຶ້ນຢູ່ແຂວງສາລະວັນ ຫຼັງຈາກນັ້ນກໍພົບຢູ່ນະຄອນຫຼວງວຽງຈັນ ກ່ອນຈະພົບເຫັນຂ່າວໃນແຂວງຫົວພັນ.
ແນວໃດກໍ່ຕາມຍາມນີ້ໂຄວິດກຳລັງລະບາດແຮງ ການຈະເຮັດຫຍັງຢ່າລືມຮັກສາໄລຍະຫ່າງທາງສັງຄົມ ຢ່າລືມສຸຂະພາບສຳຄັນທີ່ສຸດ.
ວິກິດນ້ຳມັນ ທຸກຄົນຕ້ອງຫາທາງອອກດ້ວຍວິທີອື່ນແລ້ວ