ໜຸ່ມຖືກຮ້ານບຸບເຟ້ຫ້າມເຂົ້າເດັດຂາດຍ້ອນກິນກຸ້ງຢູ່ຮ້ານຄົນດຽວໝົດ 4 ໂລ

0
189

ໜຸ່ມຖືກຮ້ານບຸບເຟ້ຫ້າມເຂົ້າເດັດຂາດຍ້ອນກິນກຸ້ງຢູ່ຮ້ານຄົນດຽວໝົດ 4 ໂລ

BBC ລາຍງານວ່າໃນວັນທີ 18 ພະຈິກ 2021 ຊາຍຄົນປະເທດຈີນຮູ້ພຽງນາມສະກຸນວ່າ ຄັງ ບອກຜ່ານທາງ Hunan TV ວ່າ ລາວຖືກສັ່ງຫ້າມບໍ່ໃຫ້ເຂົ້າຮ້ານ Handadi Seafood BBQ Buffet ໃນເມືອງຊາງຊາ ປະທດຈີນອີກ ຫຼັງຈາກທີ່ລາວໄດ້ໄປກີນບຸບເຟ້ທີ່ຮ້ານນີ້ຫຼາຍຄັ້ງ ທ້າວຄັງບອກວ່າຮ້ານນີ້ເລືອກປະຕິບັດກັບຄົນທີ່ກີນໄດ້ຫຼາຍ ແລະ ລາວກໍ່ບໍ່ໄດ້ກີນຖີ້ມກີນເສຍ ມື້ນັ້ນລາວກີນຂາໝູ 1,5 ກິໂລ ແລະ ຕໍ່ມາກໍ່ກີນກຸ້ງໄປເກືອບຮອດ 4 ໂລ

ສ່ວນເຈົ້າຂອງຮ້ານບອກວ່າ ຖ້າມີຄົນກີນແບບທ້າວຄັງ ຈະເຮັດໃຫ້ລາວໝົດຕົວ ແລະ ເສຍກຳໄລ ທຸກຄັ້ງທີ່ລາວເຂົ້າມາກີນອາຫານທີ່ຮ້ານຈະເຮັດໃຫ້ເຈົ້າຂອງຮ້ານເສຍເງີນເພີ່ມມື້ລະຫຼາຍລ້ອຍຫຍວນ ເພາະເວລາລາວມາກີນລາວກໍ່ຈະນົມຖົ່ວເຫຼືອງໝົດ 20-30 ແກ້ວ, ເຂົ້າຂາໝູກໍ່ຈະກີນໝົດຖາດ ສ່ວນກຸ້ງຄົນອື່ນເຂົາກໍ່ຈະໃຊ້ອັນຄີບຈັບຂື້ນມາ ແຕ່ທ້າວຄັງກໍ່ຈະຈັບໄປກີນໝົດຖາດເລີຍ ງານນີ້ບາງຄົນກໍ່ເຫັນໃຈເຈົ້າຂອງຮ້ານ ແລະ ບາງຄົນກໍ່ບອກໃຫ້ເຈົ້າຂອງປ່ຽນຈາກຮ້ານບຸບເຟ້ເປັນຮ້ານອາຫານແບບທຳມະດາແທນ

ຂ່າວ: ຂ່າວເດັ່ນຂ່າວດັງ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.