ແຊຣ໌ໄວເລີຍ! ສຳລັບສາຍຮົມຢາ 5 ສະໝູນໄພ ຕ້ານໂ ຄ ວ ິ ດ.

0
300

ແຊຣ໌ໄວເລີຍ! ສຳລັບສາຍຮົມຢາ 5 ສະໝູນໄພ ຕ້ານໂຄວິດ. ສະອອນແທ້ເດ້ ສະໝຸນໄພບ້ານເຮົາທີ່ສາມາດຫາໄດ້ງ່າຍໆ ສາມາດຊື້ໄດ້ຕາມຕະຫຼາດທົ່ວໄປ ຫຼື ມີປູກໄວ້ຢູ່ແຕ່ລະບ້ານ ມີໄວ້ຕິດບ້ານເປັນສິ່ງທີ່ດີຫຼາຍ ບໍ່ວ່າຈະເອົາໄວ້ກິນ ໄວ້ໃຊ້ປຸງແຕ່ງອາຫານ ເປັນແນວດັບກິ່ນ ຫຼື ໃຊ້ໄວ້ຮົມຢາ ເພາະແນວໃດທຸກໆບ້ານສ່ວນຫຼາຍກໍ່ຈະມັກປູກໄວ້

ຕາມຮົ້ວຕາມສວນ ສະໝຸນໄພແຕ່ລະຢ່າງ ສາມາດຮັກສາອາການໄດ້ຫຼາຍຢ່າງແຕກຕ່າງກັນໄປ ນັບວ່າຄົນລາວໂຊກດີຫຼາຍທີ່ມີສະໝຸນໄພ ໄວ້ກິນ ໄວ້ໃຊ້ຕະຫຼອດ ແລະລ່າສຸດກໍ່ສາມາດເອົາໄວ້ໃຊ້ໃນຊ້ວງທີ່ມີໂລກລະບາດ ກໍ່ຄືໂຄວິດໃນຕອນນີ້ ສະນັ້ນມາເບິ່ງວ່າມີສະໝຸນໄພຫັຍງແດ່

ຊັບພະຄຸນຂອງຢາແຕ່ລະສະນິດຈະມີຫຼາຍຢາງແຕ່ເຮົາ ຈະຍົກຢາງລະນ້ອຍມາໃຫ້ຊາບ. ໃບຂີ້ຫູດ: ຊ່ວຍລົດຄວາມດັນ, ຄວາມຕຶງຄຽດ, ຊ່ວຍລະບົບໝູນວຽນ ແລະ ເສັ້ນເລືອດ.ຫົວສີໃຄ: ຊ່ວຍຂັບເສີມຫະ,ບຳລຸງປະສາດ ແລ ເສີມສ້າງຄວາມຈຳ,

ຊ່ວຍໃຫ້ສະໝອງສົດຂຶ້ນ ຊ່ວຍລົດການມື້ນປາຍຕີນ-ມື້ ສວນປະກອບ ວິຕາມິນ B E C.ໃບຈີນາຍກ້ອມ: ຊ່ວຍລົດອາການວິນວຽນປວດຕາມຕົນໂຕ. ໃບຂະແຍງ: ລົດໄຂ້, ໄອ, ເຈັບຄໍ, ແກ້ອາການເປັນຂີ້ ກາກຄັນ ຫຼື ເປັນຝີ ແກ້ຜິດ ແລະ ການມຶ້ນເມົາຕ່າງໆ. ໃບວິກ: ດີຫວັດ, ແກ້ພູມແພ້.


ແຊຣ໌ໄວເລີຍ! ສຳລັບສາຍຮົມຢາ 5 ສະໝູນໄພ ຕ້ານໂຄວິດ.
.


ແຊຣ໌ໄວເລີຍ! ສຳລັບສາຍຮົມຢາ 5 ສະໝູນໄພ ຕ້ານໂຄວິດ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.