ຮືຮາໂຊຊ່ຽວ ໜຸ່ມຕາມຈີບສາວດົນເຖິງ 5 ປີ ສຸດທ້າຍຖືກສາວປະຕິເສດຮັກ

0
189

ຮືຮາໂຊຊ່ຽວ ໜຸ່ມຕາມຈີບສາວດົນເຖິງ 5 ປີ ສຸດທ້າຍຖືກສາວປະຕິເສດຮັກ

ຜູ້ສື່ຂ່າວລາຍງານວ່າ ໃນ Weibo ໂຊຊ່ຽວມີເດຍຂອງຈີນ ໄດ້ມີການເຜີຍແຜ່ຄຣິບວີດີໂອ ຄວາມຍາວປະມານ 15 ນາທີ ເປັນເຫດການຄູ່ບ່າວ – ສາວ ນັ່ງຢູ່ກັບພື້ນ ເຊິ່ງຝ່າຍຊາຍຫອບຊໍ່ດອກໄມ້ ຂໍຄວາມຮັກຈາກຝ່າຍຍິງ ແຕ່ຝ່າຍຍິງສາວໂຍນຊໍ່ດອກໄມ້ຖີ້ມ ແລ້ວຍົກມືກົ້ມນົບຝ່າຍຊາຍ ແບບໝົດຄວາມອົດທົນ ຮ້ອງຂໍໃຫ້ເຊົາມາຫຍຸ້ງກັບຕົນເອງໄດ້ແລ້ວ.

ເຊິ່ງເຫດການດັ່ງກ່າວແມ່ນຝ່າຍຊາຍຫຼົງມັກຮັກຝ່າຍຍິງຄົນນີ້ ແລະ ຕາມຈີບຕາມຕື້ມາຕະຫລອດ 5 ປີ ແຕ່ຝ່າຍຍິງບໍ່ເຄີຍສົນໃຈຝ່າຍຊາຍເລີຍ
ເຊິ່ງຄຣິບນີ້ໄດ້ກາຍເປັນກະແສມາແຮງ ໃນໂຊຊ່ຽວ ມີຊາວເນັດເຂົ້າມາສະແດງຄວາມຄິດເຫັນຈຳນວນຫຼວງຫຼາຍ ແລະ ກໍ່ມີຫຼາຍຄົນເຫັນໃຈຝ່າຍຊາຍທີ່ພະຍາຍາມມາຕະຫຼອດ 5 ປີ ສຸດທ້າຍກໍຍັງຜິດຫວັງ ໃນຂະນະທີ່ອີກດ້ານກໍ່ເບິ່ງວ່າຝ່າຍຍິງສາວເອງກໍບໍ່ໄດ້ຜິດ ທີ່ບໍ່ຮັກເຂົາຕອບ ຄົງອຶດອັດໃຈສຸດໆມາຕະຫຼອດ 5 ປີ ຈົນເຮັດແບບນີ້ລົງໄປ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.