ອະລັງສຸດ ໄວລຸ້ນສະຫວັນໂຊຄວາມສາມາດ ເຕັ້ນໂຄເວີ ເພງ LALISA ທີ່ນໍາເອົາເອກກະລັັກລາວເຂົ້າມາແຊກຢ່າງລົງໂຕ

0
219

ເຫັນຄຣິບແລ້ວພູມໃຈແທນ ນີ້ຄົນລາວ, ນີ້ໄວລຸ້ນລາວ ເຕັ້ນ cover ເພງຂອງສິລະປິນສາວ Lisa ແຫ່ງວົງ BLACKPINK ກັບຜົນງານເພງດ່ຽວທຳອິດຢ່າງ LALISA ທີ່ປ່ອຍອອກມາໃຫ້ຟັງເມື່ອບໍ່ດົນມານີ້ຈົນກາຍເປັນກະແສ ແລະ ສ້າງສະຖິຕິຫຼາຍຢ່າງຕາມມາ.

.

ຊົມຄຣິບ

ທີມເຕັ້ນນີ້ແມ່ນທີມສະຫວັນນະເຂດທີມນີ້ຈັບມາເປັນແຮງບັນດານໃຈໃນການສ້າງສັນຜົນງານອອກມາໃຫ້ໄດ້ຊົມກັນ.

ສຳລັບຫຼາຍໆຊີນທີ່ປາກົດກໍຖືວ່າເຮັດອອກມາໄດ້ດີ ທັງແສງ, ສີ, ລວມທັງການເຕັ້ນ ແລະ ອົງປະກອບຕ່າງໆທີ່ຄ້າຍຄືກັບເອັມວີຕົ້ນສະບັບຫຼາຍ.

ພິເສດກໍຄືໃນເອັມວີ cover ນີ້ມີການ remix ບາງສ່ວນຂອງເພງໂດຍໃສ່ສຽງດົນຕີລາວຢ່າງລະນາດເຂົ້າໄປນຳ ແລະ ນັກເຕັ້ນທີ່ໃສ່ຊຸດລາວແຊກເຂົ້າມາ.

ນອກຈາກນັ້ນກໍຍັງມີສາກທີ່ໃສ່ຊຸດຂອງຜູ້ຫຼິ້ນ ແລະ ຜູ້ຄຸມເກມຈາກ Squid Game ຊີຣີຍອດນິຍົມຈາກ Netflix ເຂົ້າໄປນຳ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.