ເຂົ້າໃຈໃໝ່ຕາມນີ້ກ່ຽວກັບຂ່າວເລື່ອງການລະດົມທືນເພື່ອປະກອບສ່ວນເຂົ້າໃນການປ້ອງກັນການລະບາດຂອງພະຍາດໂຄວິດ 19 ຢູ່ພາຍໃນເມືອງແບງ ໂດຍຫຼ້າສຸດນີ້ ເຈົ້າເມືອງໆແບງໄດ້ອອກແຈ້ງການລົບລ້າງໜັງສືທີ່ອອກກ່ອນໜ້ານີ້ແລ້ວ.
ການແຈ້ງການລົບລ້າງດັ່ງກ່າວສືບເນື່ອງມາຈາກມີກຸ່ມຄົນຈຳນວນໜື່ງບໍ່ຫວັງດີໄດ້ນຳເອົາຂໍ້ມູນຂ່າວສານໄປລົງໃນໂຊຊ່ຽວ ແລະ ທາງສື່ອອນລາຍ ໃນວັນທີ 18 ພະຈິກ 2021 ຜ່ານມານີ້ ເພຈໜັງສືພີມລາວພັດທະນາ ໄດ້ໂພສຂໍ້ຄວາມແມ່ນກ່ຽວກັບ ຫ້ອງການສຶກສາເມືອງແບງ ແຂວງອຸດົມໄຊ ໄດ້ອອກແຈ້ງການ ເລກທີ 850/ສມກ ລົງວັນທີ 15 ພະຈິກ 2021 ເຖິງພະນັກງານ-ລັດຖະກອນຄູ ການລະດົມທືນເພື່ອປະກອບສ່ວນວຽກງານການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ແຕ່ 20,000-100,000 ກີບ.
ເຊີ່ງໃນຂໍ້ຄວາມທັງໝົດນັ້ນເປັນແຜນການທີ່ຍັງບໍ່ທັນໄດ້ປະຕິບັດເປັນທາງການເທື່ອ ໄດ້ເຮັດໃຫ້ສັງຄົມເຂົ້າໃຈຜິດ ມີການວິພາກວິຈານຕ່າງໆນາໆໄປໃນທາງລົບ ກ່ຽວກັບການປະກອບທືນເພື່ອນຳໃຊ້ເຂົ້າໃນວຽກງານການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ແມ່ນໜ້າທີ່ຂອງໝົດທຸກຄົນຕ້ອງມີພັນທະຕໍ່ພັກ-ລັດ ຕາມລະບຽບກົດໝາຍ.
ສະນັ້ນທ່ານເຈົ້າເມືອງຈິ່ງໄດ້ອອກແຈ້ງການລົບລ້າງການລະດົມທືນສະບັບເລກທີ 540/ຈມ.ມບ ລົງວັນທີ 20 ພະຈິກ 2021 ທີ່ທາງຄະນະສະເພາະກິດ ແລະ ຂອງຂະແໜງການທີ່ກ່ຽວຂ້ອງໄດ້ຜັນຂະຫຍາຍໄປແລ້ວນັ້ນແມ່ນຖືກລົບລ້າງ.ດັ່ງນັ້ນຈີ່ງແຈ້ງໃຫ້ຜູ້ທີ່ນ້ຳໃຊ້ສື່ອອນລາຍຕ່າງໆ ໃຫ້ຢຸດແຊ,ຄອມເມັ້ນ ແລະ ສົ່ງຕໍ່ ຖ້າຫາກຜູ້ໃດຍັງລະເມີດແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍວາງອອກຢ່າງເຂັ້ມງວດ.