ການຂຶ້ນອາກອນຢາສູບ ເປັນມາດຕະການໜຶ່ງມີປະສິດທິຜົນທີ່ສຸດ ໃນການຫລຸດຜ່ອນການສູບຢາ ແລະ ການຂຶ້ນອາກອນຢາສູບກໍບໍ່ໄດ້ແຕະຕ້ອງເຖິງການຜະລິດ ແຕ່ກົງກັນຂ້າມເຮັດໃຫ້ຜູ້ຊົມໃຊ້ມີຈຳນວນຫລຸດລົງ ເຊິ່ງຖ້າຫລຸດ ຫລື ເພີ່ມເປີເຊັນຂອງຢາສູບ, ລາຄາຢາສູບຂຶ້ນ 10% ສາມາດຫລຸດການຊົມໃຊ້ຢາສູບລົງເຖິງ 4-5%. ເຊິ່ງທັງໝົດນີ້ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ແຈງໃນວັນທີ 12 ພະຈິກ 2021 ຜ່ານມາ.
ປັດຈຸບັນ ໃນທົ່ວໂລກ ໄດ້ມີນະໂຍບາຍການເພີ່ມອາກອນຢາສູບໃນທຸກປະເທດບໍ່ວ່າຈະເປັນປະເທດທີ່ຈະເລີນ ຫລື ປະເທດທີ່ກຳລັງພັດທະນາ. ນອກຈາກນີ້, ອີງໃສ່ອົງການອະນາໂລກທີ່ ສປປ ລາວ ເປັນພາຄີ ກໍໄດ້ແນະນຳວ່າໃຫ້ເພີ່ມອາກອນຢາສູບຂຶ້ນໃຫ້ໄດ້ຢ່າງໜ້ອຍ 75% ຈະເຮັດໃຫ້ການສູບຢາຫລຸດຜ່ອນລົງ.
ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ເປັນສະມາຊິກອາຊຽນ ແລະ ສະມາຊິກຂອງອົງການອະນາໂລກ ໃນການຄວບຄຸມຢາສູບ ທັງເປັນສະມາຊິກຂອງອົງການ ການຄ້າໂລກ ເຊິ່ງອັດຕາການເກັບອາກອນຂອງຢາສູບ ໃນ ສປປ ລາວ ແມ່ນຕ່ຳທີ່ສຸດ ໃນບັນດາອາຊຽນ ມີພຽງແຕ່ 18,8%, ຂະນະທີ່ ກຳປູເຈຍ 25-30%, ຫວຽດນາມ 36% ເຫລືອນັ້ນແມ່ນ 60-80% ເຮັດໃຫ້ການຄວບຄຸມຢາສູບຂອງເຂົາເຈົ້າໄດ້ຜົນກວ່າປະເທດເຮົາ. ສະນັ້ນ, ອາກອນຢາສູບຕ້ອງເພີ່ມຂຶ້ນໃນແຕ່ລະໄລຍະໂດຍສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ຄວາມສາມາດຊື້ຢາສູບ, ອັດຕາເງິນເຟີ້ ແລະ ຂໍ້ແນະນຳສົນທິສັນຍາວ່າດ້ວຍການປັບປຸງຢາສູບ ເພື່ອຫລຸດຜ່ອນການຊົມໃຊ້ຢາສູບລົງໄດ້. ສ່ວນການຄຸ້ມຄອງ ແລະ ການນຳໃຊ້ກອງທຶນຄວບຄຸມຢາສູບ ເຊິ່ງກະ ຊວງສາທາລະນະສຸກ ເປັນຜູ້ຄຸ້ມຄອງບໍລິຫານພາຍໃຕ້ການຊີ້ນຳຂອງຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ໄດ້ມີການກຳນົດເນື້ອໃນຂອງກົດຫມາຍຄວບຄຸມຢາສູບ ເຊິ່ງບັນດາ ສສຊ ກໍຄືສະພາແຫ່ງຊາດ ອາດຈະເປັນຫ່ວງເປັນໃຍໃນການນຳໃຊ້ກອງທຶນດັ່ງກ່າວ ວ່າຈະຖືກຕາມຈຸດປະສົງນັ້ນ ຢືນຢັນວ່າການນຳໃຊ້ກອງທຶນນີ້ ໄດ້ມີດຳລັດ 155 ລົງວັນທີ 21 ກຸມພາ 2013 ໃນມາດຕາ 6 ໄດ້ລະບຸໄວ້ວ່າ 37% ຂອງກອງທຶນນຳໃຊ້ເຂົ້າໃນການເຄື່ອນ ໄຫວກິດຈະກຳຕ່າງໆ ຂອງຂະແໜງການທີ່ກ່ຽວຂ້ອງກ່ຽວ ກັບວຽກງານຢາສູບ, 32% ນໍາໃຊ້ເຂົ້າໃນວຽກງານຄັງປະ ກັນສຸຂະພາບແຫ່ງຊາດ, 25% ນໍາໃຊ້ເຂົ້າໃນການປັບປຸງວຽກງານ ການບໍລິການສາທາລະນະສຸກ, 6% ນໍາໃຊ້ເຂົ້າໃນວຽກງານບໍລິຫານ ຂອງຄະນະກຳມະການແຫ່ງຊາດ ເພື່ອຄວບຄຸມຢາສູບ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ທີ່ເຮັດວຽກງານການຄວບຄຸມຢາສູບ ສາມາດນຳໃຊ້ງົບປະ ມານຮ່ວງ 37% ໃນການເຄື່ອນໄຫວກິດຈະກຳ ຂອງວຽກ ງານຄວບຄຸມຢາສູບ.
ດັ່ງນັ້ນ, ເຫັນວ່າ ການນຳໃຊ້ກອງທຶນນີ້ ແມ່ນມີຄວາມໂປ່ງໄສ, ມີການຊີ້ນຳ ແລະ ເປັນລະບຽບດີ ໂດຍສະເພາະແມ່ນການປະຕິບັດຕາມຄຳຊີ້ນຳ ຂອງສະພາບໍລິຫານ ເຊິ່ງແມ່ນຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ເປັນຜູ້ຮັບຜິດຊອບ ແລະ ມີຂະແໜງການຕ່າງໆທີ່ກ່ຽວຂ້ອງ ໄດ້ເປັນສະມາຊິກ ແລະ ເປັນກຳມະການ.