ລັດຖະບານ ຕວັກກີ ມອບເງິນຊ່ວຍເຫລືອ ປ້ອງກັນ ໂ ຄ ວ ິ ດ ຢູ່ສູນຈໍາກັດບໍລິເວນ

0
199

ຂປລ. ໃນໂອກາດ ເຂົ້າຢ້ຽມຂໍ່ານັບ ທ່ານ ດຣ. ບູນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຕອນບ່າຍວັນທີ 16 ພະຈິກ 2021 ນີ້, ທ່ານ Mr. Orhan ISIK ເອກອັກຄະລັດຖະທູດ ແຫ່ງ ຕວັກກີ ປະຈໍາ ສປປ ລາວ ໄດ້ມອບເງິນຊ່ວຍເຫລືອ ຈາກລັດຖະບານຕວັກກີ ຈໍານວນ 467 ລ້ານກວ່າກີບ ເພື່ອນໍາໃຊ້ວຽກງານປ້ອງກັນພະຍາດໂຄວິດ-19 ຢູ່ສູນຈໍາກັດບໍລິເວນພາຍໃນນະຄອນຫລວງວຽງຈັນ ໂດຍມີຫົວໜ້າຫ້ອງການກະຊວງ, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າສູນ ແລະ ຮອງສູນ, ພ້ອມພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານລັດຖະມົນຕີກະຊວງສາລະນະສຸກ ໄດ້ຕີລາຄາສູງຕໍ່ການໃຫ້ການຊ່ວຍເຫລືອ ຂອງລັດຖະບານຕວັກກີ ໃນຄັ້ງນີ້, ເຊິ່ງງົບປະມານດັ່ງກ່າວ ຈະນໍາໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ຢູ່ສູນຈໍາກັດບໍລິເວນ ໃຫ້ໄດ້ຮັບປະສິດທິຜົນສູງທີ່ສຸດ, ການຊ່ວຍເຫລືອຄັ້ງນີ້, ໄດ້ສະແດງເຖິງຄວາມເປັນຫວງເປັນໄຍຂອງລັດຖະບານຕວັກກີ ຕໍ່ ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈ ແລະ ຮູ້ບຸນຄູນເປັນຢ່າງສູງ ມາຍັງທ່ານເອກອັກຄະລັດຖະທູດ ແລະ ຜ່ານທ່ານ ໄປຍັງລັດຖະບານ ຕວັກກີ ທີ່ໄດ້ໃຫ້ການຊ່ວຍເຫລືອ ເຂົ້າໃນວຽກງານຕ້ານການ ລະບາດຂອງພະຍາດໂຄວິດ-19 ແລະ ອວຍພອນໄຊ ໃຫ້ທ່ານພ້ອມດ້ວຍຄະນະ ຈົ່ງມີພາລະນາໄມສົມບູນ ສືບຕໍ່ໃຫ້ການຊ່ວຍເຫລືອວຽກງານສາທາລະນະສຸກ ຕື່ມອີກໃນອະນາຄົດ.

ພ້ອມກັນນີ້, ທ່ານລັດຖະມົນຕີ ຍັງໄດ້ລາຍງານສະພາບການລະບາດ ແລະ ການປ້ອງກັນພະຍາດໂຄວິດ-19, ການປະຕິບັດງານຢູ່ທີ່ສູນຈຳກັດບໍລິເວນແຫ່ງຕ່າງໆ ໃຫ້ທ່ານທູດຮັບຊາບ ຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.