ສຳລັບສາມີຂ້ອຍ ອາດຈະບໍ່ມີເງີນເປັນກ້ອນໃຫຍ່ໆມາໃຫ້, ແຕ່ສິ່ງທີ່ລາວໃຫ້ເມຍແລະຄອບຄົວ ເງີນບໍ່ສາມາດຊື້ໄດ້

0
192

ຜູ້ຍິງທີ່ມີຜົວລ້ຽງເອີ້ນວ່າ”ຜູ້ຍິງມີບຸນ” ຜູ້ຍິງທີ່ຫາເງີນລ້ຽງຕົວເອງ ເອີ້ນວ່າ”ຜູ້ຍິງມີຄຸນຄ່າ” 📌ແຕ່ສຳລັບຂ້ອຍ: ຍິ່ງກ່ວາມີບຸນແລະຍິ່ງກ່ວາມີຄຸນຄ່າ 🥰 ❤️ ມີຜົວທີ່ເປັນທຸກຢ່າງໃຫ້ໄດ້ອິຫລີ 👍 ຍົກລາງວັນສາມີດີເດັ່ນໃຫ້ເລີຍ Pong Thammavongອວດສາມີແຫ່ງປີ😅 ບໍ່ໄດ້ມີເຈດຕະນາອວດໂອ້ ຂີ້ໂມ້ແຕ່ຢ່າງໃດ?? ໂພສນີ້ຫ້າມດຣາມ່າ

ຢາກໂພສ ເພາະ ຢາກເກັບຄວາມຊົງຈຳ ແລະ ໂມເມັ້ນດີດີແບບນີ້ ໄວ້ໃຫ້ລູກເບີ່ງ ❤️ ສາມີບາງຄົນອາດຈະມີເງີນກ້ອນໃຫຍ່ກ້ອນໂຕໃຫ້ເມຍແຕ່ລະເດືອນ ແບບນັ້ນກໍ້ຄັກສຸດແຫລະ😅 ຖ້າມີ !

ແຕ່ສຳລັບສຳລັບສາມີຂ້ອຍ ອາດຈະບໍ່ມີເງີນເປັນກ້ອນໃຫຍ່ໆມາໃຫ້, ແຕ່ສິ່ງທີ່ລາວໃຫ້ເມຍແລະຄອບຄົວ ເງີນບໍ່ສາມາດຊື້ໄດ້, ທັ້ງໆທີ່ເຮັດວຽກຢູ່ຫ້ອງການ ກໍ້ເມື່ອຍພໍແຮງ ຕ້ອງໄດ້ບໍລິຫານວຽກ ດູແລລູກນ້ອງ ຮັບຜິດຊອບວຽກງານ ,ພໍແຕ່ເລີກວຽກມາ ແທນທີ່ຈະໄດ້ ເຮຮາ ສ້າງສັນ ປາຕີ້ ກັບໝູ່ , ແຕ່ກະຕ້ອງຮີບມາຊ່ວຍວຽກເມຍ , ຊ່ວຍດູແລລູກ ອາບນ້ຳ , ເອົາລູກນອນ , ຊ່ວຍເມຍໄລຟສົດ, ບາງເທື່ອກະຖືກໝູ່ເຢີ້ຍ ວ່າ #ເປັນຜູ້ຊາຍຂາຍສີ້ນ ແຕ່ລາວກໍ້ບໍ່ເຄີຍອາຍ ບໍ່ເຄີຍສົນ (ເພາະລາວບອກສະເໝີວ່າ ບໍ່ຢາກໃຫ້ເມຍເມື່ອຍ😭 ຢາກຊ່ວຍເມຍທຸກຢ່າງເທົ່າທີ່ຊ່ວຍໄດ້)

ຈາກມື້ແລກເປັນຄົນຂີ້ອາຍ ບໍ່ກ້າອອກກ້ອງ ຈົນເລີ່ມຝຶກຝົນຕົວເອງ ດຽວນີ້ຂາຍເຄື່ອງເກັ່ງກ່ອນເມຍອີກ 😘 ແພງຫລົວ ❤️,ເປັນທຸກຢ່າງໃຫ້ເມຍໄດ້ອິຫລີ (ເປັນຜົວແມ່ຄ້າ ຕ້ອງອົດທົນເນີ້ 🥰)

ຕິດຕາມ: live ສົດຂອງເຮົາທັ້ງຄູ່ໄດ້ ທີ່ເພຈ 👉 : ດອກມ້ອນ ຜ້າໄໝ_Dorkmone Silk

ສະຫລຸບຄື: ຢາກຂອບໃຈສາມີເດີ້ທີ່ຮັກກັນ,ຊ່ວຍເຫລືອເມຍທຸກຢ່າງ, ສູ້ນຳກັນ,ຮັກລູກຮັກເມຍ,ຮັກຄອບຄົວ,ໃຫ້ກຽດເມຍ ບໍ່ຄິດນອກໃຈ ❤️ສໍ່ານີ້ກະຫາທີ່ປຽບບໍ່ໄດ້ແລ້ວ

ຂອບໃຈທີ່ສຸດ ຂໍໃຫ້ເປັນສາມີທີ່ດີ ແລະ ພໍ່ທີ່ດີຂອງລູກແບບນີ້ຕະຫລອດໄປນະ (( ຂອບໃຈຫລຽນໄຊຄຳLienxai Kheohien Etv ລູກຊາຍສຸດທີ່ຮັກທີ່ເຂົ້າມາເຕີມເຕັມເຮັດໃຫ້ຊີວິດພໍ່ແມ່ລູກມີຄວາມສຸກເພີ່ມທະວີຄູນຂື້ນ))

ແລະ ພິເສດ ຂອບໃຈລູກຄ້າ,ຂອບໃຈFCທຸກໆຄົນ ຂອງເຮົາທັ້ງສອງ ທີ່ເອັນດູ ແລະ ສະໜັບສະໜຸນ ສອງຄົນເຮົາຕະຫລອດເວລາ❤️

ຂໍເປັນກຳລັງໃຈໃຫ້ຫລາຍໆຄູ່ອົດທົນສູ້ຊົນ,ໃຫ້ກຽດກັນແລະກັນ,ເຊື່ອໃຈກັນແລ້ວຊີວິດຄູ່ຈະມີຄວາມສຸກທີ່ສຸດ,ເງີນກະຕ້ອງຫາແຕ່ຢ່າລືມໃສ່ໃຈຄົນທີ່ຢູ່ຂ້າງໆເຮົານ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.