ຂປລ. ຕາມການລາຍງານຂອງ ທ່ານ ດິ້ງ ເລືອງໄຊ ຫົວໜ້າຫ້ອງການສາທາລະ ນະສຸກ, ຄະນະສະເພາະກິດເມືອງທຸລະຄົມ ໃຫ້ຮູ້ວ່າ ມາເຖິງວັນທີ 17 ພະຈິກ 2021 ທົ່ວເມືອງທຸລະຄົມ ມີຜູ້ໄດ້ຮັບການສັກວັກຊິນແລ້ວ 29.980 ຄົນ ໃນຈໍານວນພົນລະເມືອງທັງໝົດ 58.390 ຄົນ, ສະເລ່ຍເຂັມທີ 1 ໄດ້ 51%, ເຂັມທີ 2 ໄດ້ 42% ແລະ ຍັງສືບຕໍ່ເລັງສັກວັກຊິນ ແບບຕະລຸມບອນ ໃຫ້ແກ່ກົ່ມເປົ້າໝາຍ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ຄະນະສະເພາະກິດແຕ່ລະຂັ້ນ ແລະ ຂະແໜງສາທາລະນະສຸກວາງອອກ ໂດຍສະເພາະຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 24/ນຍ ລົງວັນທີ 10 ພະຈິກ 2021 ວາງອອກນັ້ນ ຕ້ອງເລັ່ງສັກວັກຊິນ ໃຫ້ກວມເຄິ່ງໜຶ່ງຂອງພົນລະເມືອງ ແນໃສ່ຮັກສາສຸຂະພາບໃຫ້ປະຊາຊົນບັນດາເຜົ່າທຸກຊັ້ນຄົນ ມີພູມຄຸ້ມກັນຮ່າງກາຍທີ່ແຂງແຮງ, ຫລຸດຜ່ອນຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ຫລື ຖ້າຫາກຕິດເຊື້ອ ກໍຈະບໍ່ມີອັນຕະລາຍຮ້າຍແຮງ ແລະ ປິ່ນປົວຫາຍດີໄວ.
ການສັກວັກຊິນ ຢູ່ເມືອງທຸລະຄົມ ໃນໄລຍະຜ່ານມາ ກໍຄື ກັບເມືອງອື່ນໆ ໂດຍຖືເປັນຫລັກການສໍາຄັນຕົ້ນຕໍ ໃນການຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ຂະແໜງ ສາທາລະນະສຸກວາງອອກ, ພາຍຫລັງໄດ້ຮັບການຈັດແບ່ງວັກຊິນໃນແຕ່ລະຊຸດຈາກຂັ້ນແຂວງ ກໍສ້າງແຜນຈັດແບ່ງບໍລິການລົງສັກໃຫ້ພໍ່ແມ່ປະຊາຊົນ ໃນແຕ່ລະຈຸດ ເພື່ອເຮັດໃຫ້ວຽກງານມີຄວາມວ່ອງໄວ ແລະ ທັນກັບສະພາບການ ໂດຍການປະສານສົມທົບ ແລະ ອໍານວຍຄວາມສະດວກຂອງຄະນະກຸ່ມບ້ານ, ອົງການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ຈຶ່ງເຮັດໃຫ້ຂະບວນການສັກວັກຊິນຢູ່ພາຍໃນເມືອງດໍາເນີນໄປຕາມຈຸດປະສົງ ແລະ ມີຜົນສໍາເລັດໃນລະດັບທີ່ດີ.
ຜ່ານການເຄື່ອນໄຫວວຽກງານດັ່ງກ່າວ ເຫັນວ່າຍັງມີຂໍ້ຫຍຸ້ງຍາກຈໍານວນໜຶ່ງທີ່ເປັນອຸປະສັກ ເຮັດໃຫ້ບາງວັນບໍ່ສາມາດສັກໄດ້ຕາມແຜນການ ໂດຍສະເພາະເວລາລົງໄປສັກໃຫ້ປະຊາຊົນເຂດບ້ານຫ່າງໄກສອກຫລີກ ບາງຄົນບໍ່ເຂົ້າໃຈຢ່າງລະອຽດ ເພາະຄິດວ່າຖ້າສັກວັກຊິນແລ້ວອາດມີຜົນກະທົບບໍ່ດີຕໍ່ສຸຂະພາບ, ບາງຄົນກໍຄາໄປເຮັດການຜະລິດຫາລ້ຽງຊີບ ແລະ ອື່ນໆ. ແຕ່ເຖິງຢ່າງໃດກໍຕາມ ຄະນະນໍາຂອງຫ້ອງການສາທາລະນະສຸກເມືອງຮ່ວມກັບພະນັກງານແພດໝໍ ຈະສືບຕໍ່ຈັດຕັ້ງປະຕິບັດແຜນການສັກວັກຊິນ ປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ສໍາເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້.
ຂ່າວ: ຫ້ອງການ ຖວທ ເມືອງ.