ກວດພົບແມ່ທ້ອງແປຫຼາຍຮ້ອຍໂຕຟັກຕົວໃນສະໝອງຄົນໄຂ້

0
138

ແພດອາເມລິກາກວດພົບແມ່ທ້ອງແປຫຼາຍຮ້ອຍໂຕຟັກຕົວໃນສະໝອງຄົນໄຂ້

ແພດປະຈຳໂຮງໝໍເມັສຊາຊູເຊັສ ເຈເນີຣັລ, ສະຫະລັດອາເມລິກາ ກວດພົບແມ່ທ້ອງແປຫຼາຍຮ້ອຍໂຕຟັກຕົວໃນສະໝອງຄົນໄຂ້ລາຍໜຶ່ງ ພາຍຫຼັງຜູ້ປ່ວຍລາຍນີ້ເຂົ້າປິ່ນປົວຢູ່ໂຮງໝໍເນື່ອງຈາກມີອາການຊັກໂດຍບໍ່ຮູ້ສາເຫດ.ອີງຕາມການລາຍງານຂອງເວັບໄຊ ຟັອກນິວ ຊາຍໄວ 38 ປີ ເຊິ່ງອົບພະຍົບມາຈາກເຂດຊົນນະບົດຂອງປະເທດກົວເຕມາລາ ເກີດອາການຊັກກະທັນຫັນ ໂດຍບໍ່ຮູ້ສາເຫດ ເນື່ອງຈາກຜ່ານມາແມ່ນດຳລົງຊີວິດປົກກະຕິ ແລະມີສຸຂະພາບແຂງແຮງ

ຂະນະທີ່ທ່ານໝໍໄດ້ຮີບຮ້ອນກວດຫາສາເຫດຂອງອາການຊັກຫຼາຍວິທີ ບໍ່ວ່າຈະເປັນພາວະນໍ້າຕານໃນເລືອດ, ໝາກໄຂ່ຫຼັງ, ຕັບ ແລະອື່ນໆ ປາກົດວ່າບໍ່ພົບຄວາມຜິດປົກກະຕິໃດໆ ແຕ່ທ່ານໝໍກໍສຸມທຸກຄວາມພະຍາຍາມໃນການຊອກຫາສາເຫດຈົນພົບວ່າ ໃນສະໝອງຂອງຄົນເຈັບມີແມ່ທ້ອງແປຟັກຕົວຢູ່ເປັນເວລາຫຼາຍສິບປີ.

ຜູ້ຊ່ຽວຊານປະຈຳໂຮງໝໍເມັສຊາຊູເຊັສ ເຈເນີຣັລ ກ່າວວ່າ ຄົນໄຂ້ລາຍນີ້ມີແມ່ທ້ອງຟັກຕົວຢູ່ໃນສະໝອງເນື່ອງມາຈາກບໍລິໂພກຊີ້ນໝູດິບເປັນປະຈຳ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.