ໃນຕອນແລງຂອງວັນທີ 17 ພະຈິກ 2021 ນີ້ ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ຖືກນຳສົ່ງມາຮອດ ລາວ ແລ້ວ ສຳລັບວັກຊິນ ຍີ່ຫໍ້ ຊີໂນຟາມ sinopharm ທີ່ ສປ ຈີນ ໃຫ້ການຊ່ວຍເຫຼືອ ຮອບໃໝ່ແກ່ລາວ ເຊິ່ງວັກຊິນທີ່ຖືກນຳສົ່ງມາຮອບນີ້ ມີຈຳນວນ 1.900.000 ໂດສ.
ໂດຍມີທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ, ພ້ອມດ້ວຍຄະນະ, ທ່ານ ຈ່ຽງຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມ.
ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ສປປ ລາວ ກ່າວວ່າ: ວັກຊີນ ຈຳນວນ 1,9 ລ້ານໂດສ ພ້ອມດ້ວຍເຂັມສັກຢາ ທີ່ລັດຖະບານ ສປ ຈີນ ມອບໃຫ້ ສປປ ລາວ ເປັນຄັ້ງທີ 7 ໃນຄັ້ງນີ້, ນອກນັ້ນ ລັດຖະບານ ຈີນ ຍັງໄດ້ແຈ້ງວ່າ ໃນທ້າຍເດືອນ ພະຈິກນີ້ ລັດຖະບານຈີນ ຍັງຈະສືບຕໍ່ມອບວັກຊີນເພີ່ມອີກ 7 ແສນໂດສ ແລະ ອຸປະກອນການແພດຈຳນວນຫນຶ່ງ ໃຫ້ບັນດາແຂວງພາກເຫນືອຂອງລາວ ໂດຍມອບໃຫ້ແຂວງຢູນນານເປັນຜູ້ຈັດຕັ້ງປະຕິບັດ.
ນັບແຕ່ເກີດການລະບາດ ຂອງພະຍາດໂຄວິດ-19 ມາ, ສປ ຈີນ ເປັນປະເທດ ທີ່ໃຫ້ການຊ່ວຍເຫລືອລ້າ ສະຫນອງວັກຊີນ ໃຫ້ແກ່ລາວຫລາຍທີ່ສຸດໃນປະຈຸບັນ ຖ້າລວມຫມົດຮອດທ້າຍເດືອນ ພະຈິກ ນີ້ ຈະມີຈຳນວນຫຼາຍກວ່າ 6,9 ລ້ານໂດສ.
ສຳລັບ ຢູ່ ສປປ ລາວເຮົາ ສັກເຂັມທີ 1 ໄດ້ 3.603.085 (ກວມເອົາ 49.10 %) ແລະ ທຸກເຂັມທີ່ແນະນໍາ 3.025.483 (ກວມເອົາ 41.23 %) ແລ້ວ.