ຄັກຫຼາຍ ໃຫ້ໝູ່ຢືມ ລົດຈັກ ແລ້ວຖືກເອົາໄປຄໍ້າປະກັນກູ້ຢືມເງິນ

0
205

ຖືກຍັກຍອກຊັບ ( ລົດຈັກ ) ໝູ່ບອກວ່າ: ຂໍຢືມເວລາ 6:00 ໂມງ ຂອງວັນທີ 14 ພະຈິກ 2021, ປກສ ກຸ່ມໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ໃນວັນທີ 13 ພະຈິກ 2021 ໄດ້ເອົາລົດຈັກເວບ 100 ສີຟ້າດໍາ ໝາຍເລກທະບຽນ ດມ 8926 ກໍາແພງນະຄອນ ຂອງຕົນໃຫ້ໝູ່ຢືມ ແລ້ວເອົາໄປຄໍ້າປະກັນກູ້ຢືມເງິນ.

ພັທ ສຸກສາຄອນ ແສງດວງດີ ຫົວໜ້າ ປກສ ກຸ່ມໂຄກສີວິໄລ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ເຈົ້າໜ້າທີ່ໄດ້ສົມທົບກັບການຈັດຕັ້ງບ້ານຕິດຕາມ; ມາຮອດເວລາ 11:00 ໂມງ ຂອງວັນດຽວກັນ ພົບເຫັນເປົ້າໝາຍ ຢູ່ບ້ານໂຄກສີວິໄລ ຈິ່ງເຂົ້າກັກຕົວ ແລ້ວນໍາຕົວມາສອບສວນ.

ຜ່ານການສອບສວນເບື້ອງຕົ້ນຮູ້ວ່າ: ຜູ້ຢືມລົດ ຊື່ທ້າວ ຈັນທິລາດ ອາຍຸ 28 ປີ ກໍາມະກອນ ຢູ່ບ້ານໂນນທອງ ເມືອງໄຊທານີ ຜູ້ກ່ຽວເປັນໝູ່ຂອງຜູ້ຖືກເສຍຫາຍໄດ້ມາຂໍຢືມລົດ ແລ້ວເອົາໄປຄໍ້າປະກັນກູ້ຢືມເງິນນໍາຊາຍຄົນໜື່ງ ຢູ່ເຂດບ້ານໂຄກສີວິໄລ ໃນຈຳນວນ 1.000.000 ກີບ ພາຍຫຼັງໄດ້ເງິນມາແລ້ວ ກໍ່ເອົາໄປຫຼິ້ນເກມອອນລາຍ ແລະ ຊື້ ຢ າ ບ ້ າ າເສບຈົນໝົດ. ສໍາລັບລົດຈັກທີ່ຄົນຮ້າຍຢືມໄປນັ້ນ ຍັງສືບຕໍ່ເກັບກູ້, ສ່ວນຜູ້ຖືກຫາ ປກສ ກຸ່ມໂຄກສີວິໄລ ໄດ້ສົ່ງຕົວໃຫ້ ປກສ ເມືອງໄຊທານີ ສືບຕໍ່ເປີດກວ້າງຂະຫຍາຍຜົນຊອກຫາລົດຈັກຄືນມາ ເພື່ອມອບຄືນເຈົ້າຂອງເດີມ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.