ແຈ້ງ ເລື່ອນງານວາງສະແດງ ຜະລິດຕະພັນລາວ Made in Laos ປີ 2021 ໄປຈັດໃນເດືອນກຸມພາ 2022

0
185

ວັນທີ 12 ພະຈິກ 2021 ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ອອກໜັງສືແຈ້ງເລື່ອນຈັດງານວາງສະແດງຜະລິດຕະພັນລາວ ປີ 2021 (Made in Laos 2021) ທີ່ມີແຜນຈະຈັດຂື້ນໃນ ລະຫວ່າງວັນທີ 17-26 ທັນວາ 2021 ທີ່ສູນການຄ້າ ລາວໄອເຕັກ (ຕຶກເກົ່າ).

ເນື່ອງຈາກການລະບາດເຊື້ອພະຍາດໂຄວິດ-19 ຍັງແຜ່ເປັນວົງກວ້າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອເປັນການປະຕິບັດຕາມການແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ໜ່ວຍງານສະເພາະກິດວ່າດ້ວຍການສືບຕໍ່ປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນແຕ່ລະໄລຍະ, ເຊີ່ງເຫັນໄດ້ວ່າສະພາບການແຜ່ລະບາດຂອງເຊື້ອພະຍາດຍັງມີລັກສະນະເພີ່ມຂື້ນຢູ່ໃນຂົງເຂດຊຸມຊົນ ແລະ ມີລັກສະນະຍັງຈະສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນຂອງການແຜ່ລະບາດຂອງພະຍາດດັ່ງກ່າວ.

ສະນັ້ນ, ສຄອຊ ຈື່ງມີຄວາມຈຳເປັນຈະໄດ້ມີການເລື່ອນການຈັດງານວາງສະແດງ ຜະລິດຕະພັນລາວ 2021 (Made In Lao 2021) ເຊິ່ງມີແຜນຈັດຂື້ນໃນວັນທີ 17–26 ທັນວາ 2021 ມາເປັນ ວັນທີ 19-28 ກຸມພາ 2022 ທີ່ສູນການຄ້າລາວ – ໄອເຕັກ.

ດັ່ງນັ້ນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຈື່ງຮຽນແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ພິຈາລະນາສືບຕໍ່ເຂົ້າຮ່ວມງານດັ່ງກ່າວດ້ວຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.