ເຂົ້າກັກຕົວ ແມ່ ແລະ ລູກຊາຍ ເຄື່ອນໄຫວລັກຊັບພົນລະເມືອງ

0
172

ເວລາ 19:00 ໂມງ ຂອງວັນທີ 12 ພະຈິກ 2021 ເຈົ້າໜ້າທີ່ ປກສ ກຸ່ມ III ສີສັງວອນ ກອງບັນຊາການ ປກສ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍວ່າ: ມີກຸ່ມຄົນບໍ່ດີຈຳນວນ 2 ຄົນ ຂັບຂີ່ລົດຈັກມາ ລັກເອົາລົດຈັກໄຟຟ້າຂອງຕົນ 1 ຄັນ ທີ່ຈອດປະໄວ້ຢູ່ໜ້າເຮືອນ ແລ້ວເອົາຕົວລົບໜີ.
ພັຕ ຄຳພິນ ທອງສະຫວັນ ຮອງຫົວໜ້າ ປກສ ກຸ່ມ III ສີສັງວອນ ໃຫ້ຮູ້ວ່າ: ພວກເຮົາໄດ້ລົງເກັບຂໍ້ມູນຫຼັກຖານຈຸດເກີດເຫດ ພາຍຫຼັງໄດ້ຮັບແຈ້ງຄວາມຈຶ່ງຮູ້ໄດ້ວ່າຜູ້ລັກ ຊື່ ນາງ ເລທິມາຍ ອາຍຸ 53 ປີ ຫວ່າງງານ ແລະ ທ້າວ ທາຍ ຫວ່າງງານ ຜູ້ເປັນລູກ ພັກເຊົາຢູ່ຫ້ອງແຖວບ້ານຮ່ອງແກ ເມືອງໄຊເຊດຖາ ມາດຳເນີນຄະດີ.
ຜ່ານການສອບສວນຜູ້ຖືກຫາ (ແມ່ ແລະ ລູກ) ຮັບສາລະພາບວ່າ: ເວລາ 19:00 ໂມງ ຂອງວັນທີ 12 ພະຈິກ 2021 ໄດ້ພາກັນໄປລັກເອົາລົດຈັກໄຟຟ້າ ທີ່ຈອດຢູ່ໜ້າເຮືອນຫຼັງໜື່ງ ເຂດບ້ານໂພນສີນວນແທ້. ພາຍຫຼັງໄດ້ລົດມາແລ້ວ ໄດ້ເອົາໄປຂາຍໃຫ້ ທ້າວ ເຢືອນວັນຕຸຍ ເຈົ້າຂອງຮ້ານຮັບຊື້ເຫຼັກເສດ ຕັ້ງຢູ່ບ້ານໂພນທັນ ເມືອງໄຊເຊດຖາ ນວ ໃນຈຳນວນ 200.000 ກີບ. ປັດຈຸບັນ ປກສ ກຸ່ມ III ສີສັງວອນ ໄດ້ເກັບກູ້ລົດຈັກໄຟຟ້າຄັນດັ່ງກ່າວຄືນມາໄດ້ແລ້ວ ສ່ວນຜູ້ຖືກຫາແມ່ ແລະ ລູກໄດ້ສົ່ງໃຫ້ ກອງບັນຊາການ ປກສ ເມືອງໄຊເຊດຖາ ສືບຕໍ່ດໍາເນີນຄະດີ. ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ ຈົ່ງເອົາໃຈໃສ່ໃນການປົກປັກຮັກສາວັດຖຸສິ່ງຂອງໆຕົນ ເພື່ອຫຼີກລ່ຽງການຕົກເປັນເປົ້າໝາຍຂອງຜູ້ກໍ່ເຫດ ຫຼື ຖ້າພົບເຫັນທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນແມ່ນໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຢູ່ໃກ້ຄຽງ ຫຼື ຜ່ານເບີ ວອດແອບ ປກສ ນະຄອນຫຼວງ 02028899774 ຫຼືຜ່ານຊ່ອງທາງເຟດສ໌ບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.