ໜຸ່ມໃຫ້ສິນສອດຄ່ອງສາວເປັນຕົ້ນໄມ້ ແທນເງິນທອງ

0
125

ໜຸ່ມໃຫ້ສິນສອດຄ່ອງສາວເປັນຕົ້ນໄມ້ ແທນເງິນທອງ ເຈົ້າບ່າວຫອບຕົ້ນໄມ້ ຊະນິດ ມອນສເຕີຣ່າດ່າງມິ້ນ ລາຄາຫຼັກລ້ານເປັນສິນສອດງານແຕ່ງສາວ ຈົນເລື່ອງນີ້ເປັນທີ່ຮືຮາໄປທົ່ວໂລກອອນລາຍ.

ໂດຍເຟສບຸກຊາວໄທຄົນໜຶ່ງໄດ້ໂພສພາບພ້ອມຂໍ້ຄວາມລະບຸວ່າ 14/11/2564 ບັນທຶກຄວາມຊົງຈໍາ ວັນແຕ່ງງານ ຂອບໃຈທຸກໆຄົນທີ່ເຂົ້າມາສະແດງຄວາມຍິນດີກັບເຮົາທັງສອງຄົນ ຖ້າຫາກມີຫຍັງຜິດພາດຕ້ອງຂໍອາໄພດ້ວຍ ນ້ອງອ້ອມມັກສິນສອດທີ່ເປັນຕົ້ນໄມ້ຫຼາຍທີ່ສຸດ(ເຈົ້າບ່າວໃນຝັນ).

ໂດຍໄມ້ດ່າງທີ່ນໍາມາເປັນສິນສອດນັ້ນຄື ມອນສເຕີຣ່າດ່າງມິ້ນ ເຊິ່ງເປັນໄມ້ດ່າງສວຍງາມ ທີ່ມີລາຄາສູງ ຕັ້ງແຕ່ລາຄາຫຼັກແສນຈົນຮອດຫຼາຍລ້ານບາດ ເຊິ່ງເຈົ້າສາວກໍ່ມັກໄມ້ດ່າງຢູ່ແລ້ວ ຈຶ່ງເອີ້ນໄດ້ວ່າເປັນເຈົ້າບ່າວໃນຝັນເລີຍ.ເອີ້ນວ່າເປັນເລື່ອງລາວດີໆທີ່ສ້າງຄວາມຮືຮາໃຫ້ກັບຊາວເນັດອີກເລື່ອງເລີຍກໍ່ວ່າໄດ້.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.