ເອີຣົບ-ອາຊີ ກວດພົບການແຜ່ລະບາດໄຂ້ຫວັດສັດປີກ

0
175

ຂປລ​ ລາຍງາຍອ້າງຕາມ​ຂ່າວ​ຈາກ​ ປາຣີ,​ ວັນ​ທີ​ 16​ ພະຈິກ​ 2021,​ ອົງການ​ ສຸຂະພາບ​ ສັດ​ໂລກ​ ຖະ​ແຫລ​ງວ່າ:ອຸດສາຫະກຳ ​ສັດ​ປີກ ​ເລີ່​ມຕື່ນ​ຕົວ ຫລັງ​ຈາກ ​ມີ​ການ​ລາຍ​ງານ ​ໄຂ້ຫວັດ​ສັດ​ປີກ ​ແຜ່ລະບາດ​ ໃນ​ເອີຣົບ ​ແລະ ອາຊີ ​ເນື່ອງ​ຈາກ ​ການລະບາດ​ ທີ່​ຜ່ານ​ມາ ​ເຮັດ​ໃຫ້​ຕ້ອງ​ຈຳກັດ​ ສັດ​ປີກ​ ຈຳນວນ​ຫລາຍ ​ແລະ ຕ້ອງ​ໃຊ້​ ມາດ​ຕະການ​ ຈຳກັດ​ ທາງ​ການ​ຄ້າ.​ ປັດຈຸບັນ ພວມ​ມີ​ການ ​ແຜ່​ລະບາດ ​ໃນ​ຫລາຍ​ແຫ່ງ​ ໃນ​ເອີຣົບ ​ແລະ ອາຊີ ​ໂດຍ​ສະ​ເພາະ ສ.​ເກົາຫລີ ​ໄດ້​ແຈ້ງ​ພົບ ​ການ​ແຜ່​ລະບາດ ​ໃນ​ຟາ​ມ​ແຫ່ງ​ໜຶ່ງ​ ຂອງ​ແຂວງ​ຊຸງ​ຊອງ​ເໜືອ ທາງ​ພາກ​ກາງ ຂອງ​ປະ​ເທດ ຕ້ອງ​ກຳຈັດ​ ໄກ່​ທັງ​ໝົດ 770.000 ​ໂຕ,​ ຂະນະ​ທີ່ ຍີ່ປຸ່ນ ​ແຈ້ງ​ພົບ​ ການ​ແຜ່​ລະບາດ​ ຄັ້ງທຳ​ອິດ ​ໃນ​ລະດູ​ໜາວ​ປີນີ້ ຢູ່​ຟາ​ມ ທາງ​ຕາ​ເວັນ​ອອກ​ ສ່ຽງ​ເໜືອ​ ຂອງ​ປະ​ເທດ ​ເປັນ​ເຊື້ອ​ພະຍາດ ​ສາຍ​ພັນ H5N8. ສ່ວນ​ປະ​ເທດ ນອກ​ແວ ​ແຈ້ງ​ພົບ​ ການ​ແຜ່ລະບາດ​ ຂອງ​ເຊື້ອ​ພະຍາດ​​ ໄຂ້ຫວັດ​ສັດ​ປີກ ສາຍ​ພັນ H5N1 ​ໃນ​ສັດ​ປີກ7.000​ໂຕ ​ແຂວງຣູກາລັນ ທາງ​ພາກ​ຕາ​ເວັນ​ຕົກ ຂອງ​ປະ​ເທດ.

ປົກກະຕິ​ແລ້ວ ພື້ນ​ທີ່​ນີ້ ມັກ​ເກີດ​ ການ​ແຜ່​ລະບາດ ​ໃນ​ລະດູ​ໃບ​ໄມ້ຫລົ່ນ ​ໂດຍ​ມີ​ນົກ​ປ່າ ​ເປັນ​ພາຫະນະ ​ນຳ​ເຊື້ອ​ພະຍາດ.ຂະນະ​ທີ່ ລັດຖະບານ ​ແບນ​ຊິກ ສັ່ງ​ຜູ້​ລ້ຽງສັດ ​ບໍ່​ໃຫ້​ປ່ອຍ​ສັດ​ປີກ ອອກ​ມາ​ກາງ​ແຈ້ງ ຫລັງ​ຈາກ ພົ​ບຫ່ານ​ຕິດ​ເຊື້ອ ​ໃກ້​ເມືອງ​ແອນ​ເວີ ທາງ​ພາກ​ເໜືອ​ ຂອງ​ປະ​ເທດ ຕາມ​ຫລັງ ​ໂຮ​ນລັງ ​ແລະ ຝຣັ່ງ ທີ່​ອອກ​ມາດ​ຕະການ ທີ່​ຄ້າຍຄື​ກັນ ​ໃນ​ເດືອນ​ຕຸລາ ​ແລະ ​ເດືອນ​ພະຈິກ ​ຕາມ​ລຳດັບ.ການ​ແຜ່​ລະບາດ​ ໄຂ້ຫວັດ​ສັດປີກ ຍັງ​ສ້າງ​ ຄວາມ​ເປັນ​ຫ່ວງ ​ໃຫ້​ແກ່ ນັກ​ລະບາດ​ ວິທະຍາ ​ເນື່ອງ​ຈາກ ຈີນ ​ແຈ້ງ​ພົບ​ ຜູ້ຕິດ​ເຊື້ອ​ ພະຍາດ ​ໄຂ້ຫວັດ​ສັດ​ປີກ ສາຍ​ພັນ​ H5N6 ແລ້ວ​ 21​ ຄົນ​ໃນ​ປີ​ນີ້ ຫລາຍ​ກວ່າ​ປີ​ກາຍ ​ແລະ ​ເຊື້ອ​ພະຍາດ​ ມີ​ຄວາມ​ຮຸນ​ແຮງ​ ຫລາຍ​ຂຶ້ນ ກວ່າ​ເກົ່າ ອາດ​ສ່ຽງ​ ເສຍ​ຊີວິດ​ໄດ້.
ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ,​ ຂປລ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.