ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເຊີນຊວນ ແຟນບານມາແບ່ງປັນເລື່ອງຂອງຄອບຄົວ ແລະ ໝູ່ເພື່ອນທີ່ກັບມາເຂັ້ມແຂງຂຶ້ນພາຍຫຼັງໄດ້ຫາຍຈາກພະຍາດດັ່ງກ່າວ ດ້ວຍຫຼາກຫຼາຍວິທີ, ສຳລັບເລື່ອງທີ່ຜູ້ສົ່ງເຂົ້າປະກວດສາມາດເປັນພາສາຂອງປະເທດຕົນເອງ ແລະ ຄໍາເວົ້າບໍ່ເກີນ 200 ຄໍາ.ສໍາລັບ ເງື່ອນໄຂໃນການສົ່ງເລື່ອງເຂົ້າປະກວດມີດັ່ງນີ້:ເລື່ອງທີ່ສົ່ງເຂົ້າປະກວດ ຕ້ອງແມ່ນ ການຂຽນ,ຮູບພາບ ຫຼື ວິດີໂອ ແມ່ນເນັ້ນໃສ່ເລື່ອງທີ່ໜ້າສົນໃຈຂອງຄອບຄົວ ຫຼື ໝູ່ເພື່ອນທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ແຕ່ເອົາຊະນະ ຫາຍຈາກພະຍາດໄດ້, ກັບມາເຂັ້ມແຂງ ແລະ ໃຊ້ຊີວິດປະຈຳວັນ ປົກກະຕິ.
ຜູ້ທີ່ຊະນະແຕ່ລະປະເທດຈະໄດ້ຮັບລາງວັນເດີນທາງໄປຮັບຊົມ ການແຂ່ງຂັນບານເຕະຊີງແຊັມ ອາຊຽນ ຫຼື AFF SUZUKI CUP 2020 ນັດຊີງຊະນະເລີດ ຖ້າຜູ້ຊະນະບໍ່ສາມາດເດີນທາງໄປໄດ້, ຈະໄດ້ຮັບເງິນສົດເຊີຍທີ່ເທົ່າກັບຄ່າເດີນທາງໄປ ສິງກະໂປ ຈໍານວນ 1.500 ໂດລາ. ທຸກຄົນທີ່ຂຽນບົດເລື່ອງລາວຕ່າງໆຕ້ອງຂຽນລົງສື່ສັງຄົມອອນລາຍໂດຍ hashtag #EmergingStrongerTogether ແຟນບານຈະເປັນຜູ້ຄັດເລືອກບົດຄວາມເລື່ອງລາວທີ່ມີແຮງບັນດານໃຈທີ່ສຸດ.ປະກາດລາຍຊື່ຜູ້ຊະນະເລີດ ໃນວັນທີ 05 ທັນວາ 2021
ຜົນງານທີ່ຊະນະຈະຖືກໂພສລົງເວບໄຊ ASC2020, AFF, ສຕລ ແລະ ສື່ສັງຄົມອອນລາຍ.ຖ້າຫາກທ່ານໃດ ສົນໃຈສົ່ງບົດເລື່ອງເຂົ້າປະກວດສາມາດສົ່ງມາໄດ້ທີ່ Email ກຳນົດໄລຍະສົ່ງປະກວດ: ວັນທີ 15 ພະຈິກ 2021 ເຖິງ ວັນທີ 26 ພະຈິກ 2021 ສອບຖາມຂໍ້ມູນເພີ້ມເຕີມ: 020 99888551
ສໍາລັບ ການແຂ່ງຂັນບານເຕະ AFF SUZUKI CUP 2020 ຈະຈັດຂຶ້ນລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ແບ່ງອອກເປັນ 2 ກຸ່ມດັ່ງນີ້: ກຸ່ມ A ປະກອບມີ: ໄທ, ສິງກະໂປ, ຟິລິບປິນ, ມຽນມາ ແລະ ຕີມໍ ເລັສເຕ ກຸ່ມ B ປະກອບມີ: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ກໍາປູເຈຍ ແລະ ລາວ