ຜົວເມົາກັບຈາກງານວັນເກີດສ່ຽວຖາມເມຍ ເຂົ້າຢູ່ໃສ ກ່ອນໂມໂຫຫິວເຕະໜ້າເມຍ.
ເຫດການນີ້ແມ່ນເກີດຂຶ້ນທີ່ ປະເທດໄທ ເມື່ອວັນທີ່ 12 ທີ່ຜ່ານມາ ເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງເຫດທຳຮ້າຍຮ່າງກາຍ ລະຫວ່າງສາມີກັບພັນລະຍາພາຍໃນທີ່ພັກແຫ່ງໜຶ່ງ ຈັງຫວັດຊົນບູລີ ປະເທດໄທ.ທີ່ເກີດເຫດພົບຜູ້ບາດເຈັບຊື່ນາງ ດວງ ອາຍຸ 42ປີ ສະພາບມີບາດແຜເລືອດອອກປາກແລະດັງ ແຂນມີຮອຍແຜລອກ ເຈົ້າໜ້າທີ່ເລັ່ງໃຫ້ຄວາມຊ່ວຍເຫຼືອ ສ່ວນຫ້ອງນອນຊັ້ນສອງ ພົບ ທ້າວ ໄຊ ອາຍຸ 40 ປີ ນອນຢູ່ກັບລູກຊາຍ ສະພາບແບບມຶນງົງກັບເຫດການທີ່ເກີດຂຶ້ນ.
ຈາກການສອບຖາມ ນາງ ດວງ ກ່າວວ່າ: ຕົນໄດ້ຢູ່ກັບທ້າວ ໄຊ ແລະລູກ1ຄົນ ແຕ່ສາມີເປັນຄົນອາລົມຮ້ອນ ຖ້າເວລາເມົາຈະທຳຮ້ າ ຍ ຮ່ າ ງ ກາຍແຕ່ຕົນກໍ່ບໍ່ໄດ້ວ່າຫຍັງເພາະເຫັນວ່າເມົາ ແຕ່ເທື່ອນີ້ໄປກິນວັນເກີດສ່ຽວມາ ພໍມາຮອດເຮືອນຕົນນັ່ງລ້າງຖ້ວຍຢູ່ແລ້ວຍ່າງເຂົ້າມາຫາແລະຖາມວ່າ ເຂົ້າຢູ່ໃສ ເປັນຫຍັງຄືບໍ່ແຕ່ງກິນໄວ້ຖ້າ.
ນາງ ດວງ ໄດ້ເວົ້າອີກວ່າ ພໍລາວເວົ້າແລ້ວກໍ່ເຕະເຂົ້າທີ່ໜ້າຂອງຕົນເລີຍໂດຍບໍ່ມີເຫດຜົນ ເທື່ອນີ້ຕົນຄິດວ່າມັນເກີນໄປແລະຈະບໍ່ທົນແລ້ວ ຕົນຂໍແຕ່ລູກກັບເສື້ອຜ້າທໍ່ນັ້ນ ເພາະຢູ່ຕໍ່ໄປກໍ່ມີແຕ່ເຈັບຕົວຈະຂໍແຍກທາງໄປຢູ່ກັບລູກພຽງ2ຄົນເທົ່ານັ້ນ