ເພັດສະຫະລັດ ເຈົ້າຂອງບົດເພງ ຂ້າໃຫ້ຕາຍອ້າຍກະບໍ່ເຊົາຮັກ ເປັນເສດຖີໃໝ່ ນໍາເຂົ້ານໍ້າປາແດກຂາຍທີ່ USA

0
184

ເອີ້ນໄດ້ວ່າຄຸ້ນຫນ້າກັນເປັນຢ່າງດີ ສຳຫລັບ ເພັດ ສະຫະລັດ ນັກຮ້ອງຊື່ດັງ ນັກແຕ່ງເພງໃຕ້ສັງກັດທັອບໄລມິວສິກ ແລະເປັນປະທານກຳມະການ ບໍລິສັດ ອະລຸນ ຄອມເປີເລຊັນ ຈຳກັດ ແລະເປັນປະທານກຳມະການ ບໍລິສັດ ໄທໂຄລິໂນມິໂມໂນ ຈຳກັດ ອີກທັງຍັງເປັນອະດີດສາມີຂອງນັກຮ້ອງລູກທຸງສາວຊື່ດັ່ງເຊັ່ນ ຕັ໊ກແຕກ ຊົນລະດາ

ເພັດ ສະຫະລັດ ໄດ້ກ້າວເຂົ້າສູ່ວົງການບັນເທິງຄັ້ງແຮກ ໂດຍການຂຽນບົດເພງເອງ ຂັບຮ້ອງເອງ ແລ້ວນຳມາແຊ ລົງໃນຢູທູບ ເພງແຮກໃນຊີວິດທີ່ຂຽນ ແລະຮ້ອງຄືເພງ ຂ້າໃຫ້ຕາຍອ້າຍກະບໍ່ເຊົາຮັກ

ເປັນເພງທີ່ເຮັດໃຫ້ແຟນໆເລີ່ມຮູ້ຈັກນັກຮ້ອງຊື່ “ເພັດ ສະຫະລັດ” ກ່ອນທີ່ເຂົານັ້ນຈະໄດ້ເຊັນສັນຍາເຂົ້າສັງກັດບໍລິສັດທັອບໄລມິວສິກ ຈຳກັດ ພ້ອມກັບຜົນງານຊຸດແຮກຄື ອ້າຍຕາຍຊິໄຫ້ນຳບໍ່ ເຮັດໃຫ້ຊື່ “ເພັດ ສະຫະລັດ”ນັ້ນໂດ່ງດັງຈົນເປັນທີ່ຮູ້ຈັກກັນໃນເວລາຕໍ່ມາແລະລ່າສຸດຕ້ອງບອກວ່າປະສົບຄວາມສຳເລັດກັບທຸລະກິດສ່ວນໂຕແທ້ໆ ເມື່ອ “ເພັດ ສະຫະລັດ” ຂຶ້ນແທງເປັນມະຫາເສດຖີໄທຍຄົນໃຫມ່ ຫລັງທຸລະກິດປາແດກໄດ້ຈົດທະບຽນການຄ້າ ປະເທດອາເມລິກາ

.

ໂດຍງານນີ້ ເພັດ ສະຫະລັດ”ກໍໄດ້ໂພຣດລະບຸກຂໍ້ຄວາມວ່າ ຄັ້ງແຮກທີ່ນຳພາ ບໍລິສັດປາແດກເຮຍເພັດ ຈຳກັດ ມາຈົດທະບຽນການຄ້າ ລັດແຄນິຟອດເນຍ USA ເພື່ອນຳເຂົ້າສິນຄ້າໃນເຄືອ ຈາກປະເທດໄທທັງຫມົດ ເຂົ້າມາຈັດຈຳຫນ່າຍໂດຍບໍລິສັດໂຕເອງທີ່ USA ຕື່ນເຕັ້ນ ແລະທ້າທາຍອັນໃຫຍ່ຫລວງ ແຕ່ກໍຮູ້ສຶກທ້າທາຍດີ#ກ້າວເທື່ອລະກ້າວ ຈະພາຄວາມສຳເລັດມາສູ່ຊີວິດ”

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.