ແມ່ນແທ້ຫຼືບໍ່? ກີນນໍ້າຕານຫຼາຍເກີນໄປ ສ່ຽງເຮັດໃຫ້ໜ້າແກ່ໄວ

0
105

ແມ່ນແທ້ຫຼືບໍ່? ກີນນໍ້າຕານຫຼາຍເກີນໄປ ສ່ຽງເຮັດໃຫ້ໜ້າແກ່ໄວ

ຂໍ້ມູນຈາກສຳນັກງານຄະນະກຳມະການອາຫານ ແລະ ຍາ ຫຼື ອຍ ລະບຸວ່າ: ນໍ້າຕານເປັນສ່ວນປະສົມທີ່ນິຍົມນຳມາໃຊ້ໃນອາຫານ ແລະ ເຄື່ອງດື່ມໃຫ້ມີລົດຊາດຫວານ ແລະ ແຊບຂື້ນ ແຕ່ການບໍລິໂພກນໍ້າຕານໃນປະລິມານຫຼາຍບໍ່ພຽງແຕ່ຈະເພີ່ມຄວາມສ່ຽງຕໍ່ການເປັນໂລກເລື້ອລັງຕ່າງໆເຊັ່ນ: ໂລກອ້ວນ, ໂລກເບົາຫວານ, ໂລກຫົວໃຈ ແລະ ອື່ນໆອີກ ແຕ່ຍັງມີຄວາມສຳພັນກັບການເກີດລິ້ວລອຍ ແລະ ພາວະແກ່ກ່ອນໄວອີກດ້ວຍໂດຍທົ່ວໄປແລ້ວເມື່ອອາຍຸເພີ່ມຂື້ນການສະສົມຂອງ Advanced glycation end products ຫຼື AGEs

ບໍລິເວນຜິວໜັງຈະເພີ່ມຂື້ນນຳ ແຕ່ການບໍລິໂພກອາຫານທີ່ມີນໍ້າຕານສູງ ສາມາດກະຕຸ້ນຂະບວນການດັ່ງກ່າວໃຫ້ເກີດໄດ້ໄວ ແລະ ຫຼາຍຂື້ນ ເຮັດໃຫ້ລິ້ວລອຍພ້ອມແກ່ກ່ອນໄວ
ວິທີລົດການບໍລິໂພກນໍ້າຕານແບບງ່າຍໆລົດການບໍລິໂພກເຄື່ອງດື່ມທີ່ໃສ່ນໍ້າຕານເປັນສ່ວນປະສົມຈຳນວນຫຼາຍ

ເຊັ່ນ: ຊາ, ກາເຟ, ຊອ໋ກກາແລັດ, ຊານົມໄຂ່ມຸກ, ນໍ້າຫວານຕ່າງໆ ລວມເຖິງນໍ້າໝາກໄມ້ລວມ ແລະ ນໍ້າອັດລົມລົດການບໍລິໂພກເຂົ້າໜົມຈຸກຈິກຕ່າງໆ
-ບໍລິໂພກຜັກ ແລະ ໝາກໄມ້ໃຫ້ຫຼາຍຂື້ນ ແຕ່ລະມັດລະວັງໝາກໄມ້ທີ່ມີນໍ້າຕານສູງ ບໍ່ຄວນກີນຫຼາຍເກີິນໄປເຊັ່ນ: ໝາກມ່ວງສຸກ, ລຳໃຍ, ໝາກມີ້ ເປັນຕົ້ນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.