ປກສ ກຸ່ມໜອງດ້ວງ ຈັບແກ້ງລັກເຫລັກຝາປິດທໍ່ລະບາຍນ້ຳຕາມຖະໜົນ.

0
171

ປກສ ກຸ່ມ ໜອງດ້ວງ ໃຫ້ຮູ້ວ່າ: ໃນວັນທີ 13 ພະຈິກ 2021 ຜ່ານມາ, ເວລາ 4:00 ໂມງ ໄດ້ສົມທົບກັບ ປກສ-ປກຊ ບ້ານໜອງດ້ວງໃຕ້ ໄດ້ອອກເຄື່ອນໄຫວກວດກາລາດຕະເວນ ພົບເຫັນກຸ່ມເປົ້າໝາຍເຄື່ອນໄຫວລັກຊັບ ຈຳນວນ 3 ຄົນ ຊື່ ນາງ ກັນຈະນາ ອາຍຸ 34 ປີ ຄ້າຂາຍ ຢູ່ບ້ານສີຫອມ ເມືອງຈັນທະບູລີ, ທ້າວ ສົມສະນິດ ອາຍຸ 17 ປີ ຫວ່າງງານ ຢູ່ບ້ານ ສີເມືອງ ເມືອງ ສີສັດຕະນາກ ແລະ ທ້າວ ແສງເພັດ ອາຍຸ 29 ປີ ກຳມະກອນ ເປັນຄົນບໍ່ມີທີ່ຢູ່ແນ່ນອນ ເຊິ່ງຜູ້ກ່ຽວໄດ້ມາຈາກ ບ້ານຊຽງເງິນ ເມືອງຊຽງເງິນ ແຂວງຫລວງພະບາງ ພ້ອມຂອງກາງເຫລັກແປັບ ແລະ ເຫລັກຝາປິດທໍ່ລະບາຍນ້ຳຕາມຖະໜົນ 1 ອັນ.

ຜ່ານການສອບສວນເບື້ອງຕົ້ນ ຂອງເຈົ້າໜ້າທີ່ ພວກກ່ຽວທັງ 3 ສະລະພາບວ່າຜ່ານມາເຄີຍສົມຮູ້ຮ່ວມຄິດເຄື່ອນໄຫວລັກຊັບ (ປະເພດເຫລັກຝາປິດທໍ່ລະບາຍນ້ຳຕາມຖະໜົນ), ພາຍຫລັງ ພວກກ່ຽວລັກຊັບມາໄດ້ ແມ່ນນຳໄປຂາຍຢູ່ຮ້ານຮັບຊື້ເຫລັກ ແຕ່ເທື່ອນີ້ບໍ່ທັນໄດ້ຂາຍກໍ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ. ປັດຈຸບັນ ພວກກ່ຽວທັງ 3 ຄົນ ຖືກເຈົ້າໜ້າທີ່ນໍາສົ່ງໃຫ້ ປກສ ເມືອງສີໂຄດຕະບອງ ດຳເນີນຄະດີຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.