ຄິດການໃຫຍ່ໃຈຕ້ອງນິ້ງ! ໜຸ່ມໃຈກ້າ ຂາຍຄໍາເມຍ 60ບາດ ມາລົງທຶນໃສ່ກ້ວຍດ່າງ

0
178

ຫນຸ່ມອາຍຸ 37 ປີ ເຈົ້າຂອງສວນກ້ວຍດ່າງ ໄດ້ປູກກ້ວຍດ່າງ 30 ສາຍພັນ ເພື່ອຈຳໜ່າຍໃຫ້ກັບຜູ້ທີ່ສົນໃຈ ຊຶ່ງເປັນກະແສນິຍົມໃນຕອນນີ້ ເນື້ອທີ່ປູກ200ຕມ ປູກກ້ວຍດ່າງ 50 ຕົ້ນ ໂດຍມີລາຄາຕັ້ງແຕ່ຫຼັກແສນບາດຫາຫຼັກລ້ານບາດເຈົ້າຂອງສວນກ້ວຍເປີດເຜີຍວ່າ:

ກ່ອນໜ້ານີ້ປະກອບອາຊີບຫຼາຍຢ່າງແຕ່ກະບໍ່ປະສົບຜົນສຳເລັດຈົນເປັນໜີ້ສິນ ປະສົບກັບໂຄວິດ-19 ເຮັດໃຫ້ຕົນເປັນໜີ້ເພີ່ມຂຶ້ນແຕ່ໃນຊ່ວງມືດມິດຍ່ອມມີແສງສະຫວ່າງເມື່ອເຫັນຄົນນິຍົມຊື້ກ້ວຍດ່າງໃນລາຄາແສນແພງໂດຍສະເພາະດ່າງແດງອິນໂດ.

ຈຶ່ງໄດ້ປຶກສາກັບເມຍຂໍທົດລອງປູກກ້ວຍດ່າງຂາຍ ຕອນນັ້ນຊື້ພັນກ້ວຍດ່າງລາຄາ 2 ແສນບາດ ແລະ ກະຊື້ເພີ່ມ ສຳລັບເງິນລົງທຶນແມ່ນຢືມຄຳເມຍນໍ້າໜັກ 60 ບາດ ໄປຂາຍຈົນໄດ້ເງິນທຶນ 1,680,000 ບາດ ປູກຈົນອອກໜໍ່ກໍ່ເລີ່ມໂພສຂາຍແລະມີລູກຄ້າຕິດຕໍ່ເຂົ້າມາເປັນຈຳນວນຫຼາຍເລີ່ມເຮັດທຸລະກິດນີ້ປະມານ 1 ປີ

ເລີ່ມຈິງຈັງກັບມັນຫຼາຍຂຶ້ນ ຈາກທີ່ມີຕົ້ນກ້ວຍ 5 ຕົ້ນ ແລະ ເລີ່ມຈາກໄມ້ຫຼັກໝື່ນກາຍເປັນຫຼັກແສນ ຈະເລືອກຕົ້ນງາມໆເປັນຈຸດດຶງດູດລູກຄ້າ ເຖຶງແມ້ຈະຕ້ອງລົງທຶນຂາຍຄຳ,ຢືມທະນາຄານ,ລົດຕິດໄຟແນນຕົນເອງກໍ່ຍອມ ເພາະຄິດວ່າອາຊີບນີ້ເໜືອສົມກັບຕົນແລ້ວ ຕອນນີ້ມີກ້ວຍດ່າງຢູ່ 30 ຊະນິດ ເປັນສາຍພັນອິນໂດປະມານ 50 ຕົ້ນ ມາຈາກການຂາຍຫຍາຍພັນແລະຊື້ເຂົ້າ.

ກ້ວຍດ່າງທີ່ຕົນເອງມີຢູ່ຕອນນີ້ແພງສຸດກ້ວຍດ່າງແດງອິນໂດ ມີຄົນສະເໜີລາຄາໃຫ້ 20 ລ້ານບາດ ແຕ່ບໍ່ຂາຍເພາະມີການຈອງໝໍ່ໄວ້ແລ້ວ ລູກຄ້າຈຶ່ງໄປຊື້ຕົ້ນທີ່ມີລາຄາ 10 ລ້ານບາດແທນ ແລະ ໂດຍລວມລາຄາປະເມີນທັງສວນປະມານ 100 ລ້ານບາດ ລາຄາຈະມີຂຶ້ນລົງຕ້ອງຢູ່ທີ່ການຊື້ຂາຍ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.