ແກ້ໄຂຮ້ານຂາຍເຄື່ອງຍ່ອຍ ແລະ ເຮືອນເຊົ່າ ທີ່ລັກລອບເປີດໃຫ້ບໍລິການ ຫຼິ້ ນ ພ ະ ນັ ນ ທີ່ຕ້ອງຫ້າມທາງອິນເຕີເນັດ
ຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພະແນກເຕັກໂນໂລຊີການສື່ສານ ນວ, ປກສ ກຸ່ມໂນນຫວາຍ, ປກສ ກຸ່ມວັງຊາຍ ແລະ ການຈັດຕັ້ງບ້ານ ລົງແກ້ໄຂຮ້ານຂາຍເຄື່ອງຍ່ອຍ ແລະ ເຮືອນເຊົ່າ ລັກລອບເປີດບໍລິການ ພ ະ ນັ ນ ທີ່ຕ້ອງຫ້າມທາງອິນເຕີເນັດ ຢູ່ບ້ານເມືອງນ້ອຍ ແລະ ບ້ານໂນນສະຫວ່າງ ເມືອງໄຊເຊດຖາ ນວ ກວດພົບໄດ້ຢຶດຂອງກາງທີ່ພົວພັນກັບການ ຫຼິ້ ນ ກ າ ນ ພ ະ ນັ ນ ທາງອິນເຕີເນັດ ມີຈໍຄອມພິວເຕີຕັ້ງໂຕະ 2 ຊຸດ, ເຄື່ອງພິມປຣິ້ນເຕີມເຊີເກມ 1 ເຄື່ອງ ແລ້ວນໍາມາເກັບຮັກສາໄວ້ ທີ່ກອງບັນຊາການ ປກສ ນວ.
ພັທ ບູນວິໄລ ຈັນທະວົງ ຮອງຫົວໜ້າພະແນກ 202 ຫ້ອງສັນຕິບານ ປກສ ນວ ໃຫ້ຮູ້ວ່າ: ຮ້ານອິນເຕີເນັດກາເຟ ທັງ 2 ຮ້ານ ໄດ້ລະເມີດຄໍາສັ່ງເລກທີ 15/ນຍ,ຂໍ້ຕົກລົງ 828/ປທສ, ແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ລະເມີດຕໍ່ປະມວນກົດໝາຍອາຍາ ມາດຕາ 141 ຂໍ້ຫາຫຼິ້ນການພະນັນທີ່ຕ້ອງຫ້າມ. ຕໍ່ກັບເຈົ້າຂອງຮ້ານ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກ ພ້ອມທັງໃຫ້ໂຈະຊົ່ວຄາວຈົນກວ່າມີຄໍາສັ່ງປ່ຽນແປງ.
ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງຊາວ ນວ ຈົ່ງປະຕິບັດພັນທະຂອງຕົນຊ່ວຍກັນ, ຖ້າພົບເຫັນສະຖານທີ່ທຸລະກິດໃດຍັງລະເມີດ ແລະ ລັ ກ ລ ອ ບເປີດບໍລິ ກ າ ນ ພ ະ ນັ ນ ອອນລາຍ ແມ່ນໃຫ້ແຈ້ງມາທາງວອດແອັບເບີ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.