ອ່ານດ່ວນ!! ແຈ້ງການສືບຕໍ່ມາດຕະການປ້ອງກັນ ໂ ຄ ວິ ດ ແລະ ຜ່ອນຜັນຫຼາຍມາດຕະການ ນັບແຕ່ວັນທີ່ 15 ພະຈິກ 2021ເປັນຕົ້ນໄປ

0
72

ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມທີ່ລະບຸໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1402, ລົງວັນທີ 31 ຕຸລາ 2021 ແລະ ມາດຕະການຕ່າງໆ ທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂ ຄ ວິ ດ – 19 ຂັ້ນສູນກາງ ໄດ້ວາງອອກ ເຫັນວ່າ ໄດ້ຮັບຜົນສຳເລັດດີ ເປັນກ້າວໆ ຊຶ່ງສະແດງອອກບາງດ້ານທີ່ພົ້ນເດັ່ນ ຄື: ການສັກວັກຊີນ ເຂັມທີ 1 ໄດ້ 3.543.688 ຄົນ, ກວມ 48,29%, ສັກຄົບໂດສ 2.995.667 ຄົນ, ກວມ 40,83%, ປິ່ນປົວຫາຍດີ 43.836 ຄົນ ເທົ່າກັບ 80,89% ຂອງຈຳນວນຜູ້ຕິດເຊື້ອ; ອົງການປົກຄອງ ກໍ່ຄືຄະນະສະເພາະກິດ ທຸກຂັ້ນ ຕະຫຼອດຮອດພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທຸກພາກສ່ວນ ສືບຕໍ່ປະຕິບັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມອົດທົນ ຜ່ານຜ່າ ແລະ ຫ້າວຫັນ; ການຈັດຕັ້ງ ກໍ່ຄື ຄອບຄົວ-ບຸກຄົນ ທຸກພາກສ່ວນທຸກຂັ້ນ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ປະກອບເຂົ້າໃນວຽກງານຄວບຄຸມພະຍາດ ໂ ຄ ວິ ດ – 19 ທັງທາງດ້ານວັດຖຸ ແລະ ຈິດໃຈ ຢ່າງເປັນຂະບວນການຟົດຟື້ນ ດີສົມຄວນ. ເຖິງຢ່າງໃດກໍ່ຕາມ ສະພາບການຕິດເຊື້ອໃນຊຸມຊົນ ມີຂຶ້ນໃນທຸກແຂວງໃນທົ່ວປະເທດ ແລະ ຈຳນວນຜູ້ຕິດເຊື້ອໃໝ່ ແມ່ນສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຂະຫຍາຍເປັນວົງກວ້າງ, ຊຶ່ງການຕິດເຊື້ອດັ່ງກ່າວ ສ່ວນຫຼາຍແມ່ນເກີດຢູ່ຕາມສະຖານທີ່ທີ່ມີຊຸມຊົນແອອັດຕ່າງໆ ລວມທັງ ຢູ່ໃນງານສັງຄົມ, ສຳນັກງານ-ອົງການ, ຫົວໜ່ວຍທຸລະກິດ ແລະ ລາມໄປຮອດ ການຕິດເຊື້ອກັນໃນຄອບຄົວ ນັບມື້ຫຼາຍຂຶ້ນ. ສາເຫດຕົ້ນຕໍຂອງການແຜ່ລະບາດດັ່ງກ່າວ ແມ່ນຍ້ອນສັງຄົມຈຳນວນໜຶ່ງ ຍັງບໍ່ທັນປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ຍ້ອນແນວນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດມາດຕະການຈຳນວນໜຶ່ງ ເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 15 ພະຈິກ 2021 ເປັນຕົ້ນໄປ ຄືດັ່ງນີ້:

 ມາດຕະການລວມ:
1. ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນການຂົນສົ່ງສິນຄ້າເຂົ້າອອກ ແມ່ນໃຫ້ປະຕິບັດຕາມທີ່ລະບຸໃນຂໍ້ 3.2 ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1494, ລົງວັນທີ 14 ຕຸລາ 2021;
2. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງ ປະເທດ ຍົກເວັ້ນທີ່ໄດ້ຮັບອະນຸຍາດຕາມແຜນທົດລອງນຳເຂົ້ານັກທ່ອງທ່ຽວຕ່າງປະເທດ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 1445, ລົງວັນທີ 5 ພະຈິກ 2021. ສໍາລັບພະນັກງານສະຖານທູດ, ອົງການ ຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນອັນຮີບດ່ວນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດໃຫ້ພະນັກງານ ສະຖານທູດ ແລະ ອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ນອກນັ້ນ ແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ;3. ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ຄາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ;4. ຫ້າມຈັດງານ ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 50 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ.
5. ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.

ມາດຕະການສະເພາະໃນຈຸດທີ່ມີການລະບາດໃນຊຸມຊົນ:1. ສືບຕໍ່ປິດຮ້ານນວດ, ຮ້ານສະປາ, ຮ້ານເສີມຄວາມງາມ, ຮ້ານຕັດຜົມ, ຮ້ານເສີມສວຍ, ໂຮງສາຍຮູບເງົາ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ;2. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ;3. ປິດການສັນຈອນຂອງພາຫະນະສ່ວນຕົວ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 23:30 ໂມງ – 05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ, ລົດຂອງເຈົ້າໜ້າທີ່ປະຕິບັດງານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ;

4. ບັນດາກະຊວງ-ອົງການທຽບເທົ່າ ທີ່ຈະດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກຕົນ ແມ່ນໃຫ້ສະເໜີແຜນປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ-19 ໃນໄລຍະດໍາເນີນກອງປະຊຸມ ໂດຍບໍ່ຕ້ອງກວດເກັບຕົວຢ່າງກວດຫາເຊື້ອ, ແລ້ວສະເໜີຫາຄະນະສະເພາະກິດ ພິຈາລະນາເປັນແຕ່ລະກໍລະນີ;5. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ອະນຸຍາດໃຫ້ພະນັກງານ ແລະ ລັດຖະກອນ ຜັດປ່ຽນກັນມາປະຈຳການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ ຕາມສະພາບຕົວຈິງ ແລະ ຄວາມເໝາະຂອງແຕ່ລະສະຖານທີ່. ສຳລັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ຍິງຖືພາ ທີ່ບໍ່ສາມາດຮັບວັກຊີນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.

ມາດຕະການຜ່ອນຜັນ :1. ບັນດາຫົວໜ່ວຍທຸລະກິດ, ສະຖານທີ່ ກໍຄືກິດຈະການຕ່າງໆ ທີ່ບໍ່ນອນຢູ່ໃນມາດຕະການລວມ ແລະ ມາດຕະການສະເພາະໃນຈຸດທີ່ມີການລະບາດໃນຊຸມຊົນ ແມ່ນອະນຸຍາດໃຫ້ເປີດ ແລະ ດຳເນີນກິດຈະການໄດ້ ໂດຍອີງໃສ່ຜົນຂອງການສັກວັກຊີນຂອງເຈົ້າຂອງກິດຈະການ, ຜູ້ໃຫ້ບໍລິການ ແລະ ຜູ້ເຂົ້າບໍລິການເປັນຕົ້ນຕໍ. ໝາຍວ່າ ຜູ້ໃດສັກວັກຊີນຄົບໂດສ ແມ່ນສາມາດເຂົ້າໃຊ້ບໍລິການໃນສະຖານທີ່ດັ່ງກ່າວໄດ້;2. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງສິນຄ້າພາຍໃນປະເທດ ແລະ ລະຫວ່າງປະເທດ ໂດຍປະຕີບັດຕາມແຈ້ງການຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021 ຊຶ່ງຄົນຂັບລົດ ແລະ ຜູ້ຊ່ວຍຄົນຂັບລົດ ພາຍໃນປະເທດ ແລະ ຄົນຂັບລົດຂົນສົ່ງສິນຄ້າເຂົ້າມາ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບ;3. ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະ ປາຍທາງ, ບໍ່ໃຫ້ມີການ ຈໍາກັດບໍລິເວນ ແລະ ບໍ່ຈໍາກັດເວລາໃນການສັນຈອນຂອງລົດຂົນສົ່ງໂດຍສານ ແລະ ສິນຄ້າ ທຸກປະເພດໃນຂອບເຂດທົ່ວປະເທດ, ແຕ່ໃຫ້ມີການຢັ້ງຢືນການຮັບວັກຊີນຄົບ ທັງຜູ້ໃຫ້ບໍລິການ ແລະ ຜູ້ໂດຍສານ (ຍົກເວັ້ນ ຜູ້ຖືພາ ແລະ ຜູ້ທີ່ບໍ່ທັນເຖິງອາຍຸກະສຽນສັກວັກຊີນ). ນອກຈາກນັ້ນ, ຜູ້ປະກອບການຂົນສົ່ງ ແລະ ຜູ້ໂດຍສານ ຕ້ອງປະຕິບັດມາດຕະການການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢູ່ຕາມສະຖານີ, ພາຫະນະທີ່ນໍາໃຊ້ໃນການຂົນສົ່ງ ແລະ ໃນຊ່ວງໄລຍະການເດີນທາງ ຢ່າງເຂັ້ມງວດ;

4. ບັນດາຫົວໜ່ວຍທຸລະກິດທຸກປະເພດ ຫາກມີການລະບາດຢູ່ພາຍໃນຫົວໜ່ວຍທຸ ລະກິດຕົນ ແມ່ນໃຫ້ປິດການດໍາເນີນກິດຈະການຊົ່ວຄາວ ເພື່ອອະນາໄມ, ຂ້າເຊື້ອ ແລະ ປະຕິບັດມາດຕະການກັ່ນກອງ, ຄັດແຍກກຸ່ມສ່ຽງຕາມທີ່ຄະນະສະເພາະກິດວາງອອກ, ຈາກນັ້ນ ຈຶ່ງກັບມາເປີດດໍາເນີນກິດຈະການຂອງຕົນໄດ້, ຖ້າຫາກຫົວໜ່ວຍ ທຸລະກິດໃດ ບໍ່ປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດ ຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດຂັ້ນຕ່າງໆວາງອອກ ຕ້ອງໄດ້ດໍາເນີນມາດຕະການ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ເພື່ອເປັນບ່ອນອີງໃຫ້ແກ່ການຕິດຕາມ ກວດກາ ຂອງຄະນະສະເພາະກິດກ່ຽວຂ້ອງ ໃຫ້ບັນດາຫົວ ໜ່ວຍທຸລະກິດ ສ້າງແຜນການປ້ອງກັນການແຜ່ລະບາດ ຂອງພະຍາດ ໂ ຄ ວິ ດ – 19 ໃຫ້ລະອຽດ ແລ້ວສົ່ງໃຫ້ຄະນະສະເພາະກິດຂັ້ນທີ່ຕົນເອງເຄື່ອນໄຫວທຸລະກິດນັ້ນ ຮັບຊາບ ເພື່ອຕິດຕາມ.5. ອະນຸຍາດໃຫ້ເປີດການຮຽນ-ການສອນທຸກຊັ້ນ ແບບເຊິ່ງໜ້າປົກກະຕິ ຢູ່ນະຄອນຫຼວງວຽງຈັນ, ບັນດາແຂວງທົ່ວປະເທດ. ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນສົມທົບກັບ ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງ ກຳນົດເງື່ອນໄຂ ແລະ ມາດຕະການປ້ອງກັນ ແລະ ຄວບຄຸມໃຫ້ລະອຽດ ແລ້ວມອບໃຫ້ຄະນະສະເພາະກິດແຕ່ລະທ້ອງຖິ່ນ ສົມທົບກັບຂະແໜງສຶກສາທິການ ແລະ ກິລາ ອະນຸຍາດເປັນແຕ່ລະກໍລະນີ.

ມາດຕະການທີ່ໄດ້ກ່າວມາທັງໝົດນັ້ນ ໄດ້ກຳນົດໃນແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1494, ລົງວັນທີ 14 ພະຈິກ 2021 ແລະ ມີຜົນສັກສິດ ຕັ້ງແຕ່ວັນທີ 15 ພະຈິກ 2021 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການສະບັບໃໝ່, ພວກເຮົາ ຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.