ຄົນຕັດຕົ້ນໄມ້ ເປັນລົມຄາຕົ້ນຕີນເປັດ ເປັນເພາະເໝັນຫຼືແດດມັນຮ້ອນເນາະ?

0
123

ຄົນຕັດຕົ້ນໄມ້ ເປັນລົມຄາຕົ້ນຕີນເປັດ ເປັນເພາະເໝັນຫຼືແດດມັນຮ້ອນເນາະ?

ວ່າເລື່ອງກິ່ນຂອງດອກຕົ້ນຕີນເປັດ ບາງຄົນກໍ່ວ່າຫອມ ບາງຄົນກໍ່ວ່າເໝັນ ແຕ່ຫຼ້າສຸດມີຄົນສະຫຼົບຄາຕົ້ນຕີນເປັດ.ນີ້ເປັນເຫດການທີ່ເກີດຂຶ້ນຢູ່ປະເທດໄທ ໃນວັນທີ່ 08 ທີ່ຜ່ານມາ ໜ່ວຍກູ້ໄພໄດ້ຮັບແຈ້ງວ່າມີຄົນເປັນລົມໝົດສະຕິ ເຊິ່ງຍັງຕິດຢູ່ເທິງຕົ້ນຕີນເປັດເມື່ອໄປຮອດເຈົ້າໜ້າທີ່ກູ້ໄພກໍ່ພົບຄົນເປັນລົມໝົດສະຕິຢູ່ເທິງຕົ້ນຕີນເປັດແທ້ໆ ເຊິ່ງຕົ້ນຕີນເປັດດັ່ງກ່າວມີຂະໜາດໃຫ່ຍແລະສູງປະມານ 5ແມັດ ແລະ ຫາກໍ່ຖືກຕັດແຕ່ງກິ່ງໄມ້ສຳເລັດ

ເບື້ອງຕົ້ນຮູ້ວ່າຊາຍຄົນດັ່ງກ່າວເປັນຄົນງານຕັດໄມ້ຊາວມ້ຽນມາ ລາວໄດ້ຮັບໜ້າທີ່ໃຫ້ໄປຕັດແຕ່ງກິ່ງຕົ້ນໄມ້ຢູ່ບ່ອນນັ້ນ. ຫຼັງຈາກຕັດແຕ່ງກິ່ງແລ້ວໆກໍ່ເກີດອາການໜ້າມືດ ກ່ອນຈະໝົດສະຕິໄປ ຈົນກະທັງມີຄົນໄປເຫັນແລະແຈ້ງກູ້ໄພມາຊ່ວຍເຫຼືອສຳລັບສາເຫດຂອງການໝົດສະຕິນັ້ນ ຄາດວ່າໜ້າຈະເປັນເພາະກິ່ນທີ່ຮຸນແຮງຂອງດອກຕີນເພັດ ປະກອບກັບການຢູ່ທ່າມກາງແດດຮ້ອນເປັນເວລາດົນ ຈຶ່ງເຮັດໃຫ້ເປັນລົມ ແຕ່ໂຊກດີທີ່ບໍ່ຕົກລົງມາແລະໄດ້ຮັບບາດເຈັບຫຍັງ.

.

.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.