ອຸບັດຕິເຫດ ລົດໃຫຍ່ກັບລົດໃຫຍ່ຕຳກັນ ມີຜູ້ບາດເຈັບ 01 ຄົນ ແລະ ເສຍຊີວິດ 1 ຄົນ

0
164

ອີງຕາມການລາຍງານຂອງໜ່ວຍກູ້ຊີບ ອົງການກາແດງ ແຂວງບໍ່ແກ້ວ ໃຫ້ຮູວ່າ: ໃນວັນທີ 13.11.2021 ນີ້,​ ເວລາ 14:31ນາທີ ໄດ້ໄປກວດເຫດ ແລະ ຊ່ວຍເຫລືອຄົນເຈັບຈາກເຫດການລົດໃຫຍ່ຕຳກັນ ຢູ່ບ້ານ ສີບຸນເຮືອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່​ເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ ແລະ ຜູ້ບາດເຈັບ 1 ຄົນ.

ຜູ້ເສຍຊີວິດເປັນເພດຊາຍ, ອາຍຸ 57 ປີ. ( ສັນຊາດລາວ ) ປັດຈຸບັນຢູ່ບ້ານຫ້ວຍຊາຍໃຕ້ ( ຄຸ້ມມ່ວງແກ້ວ ) ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ເປັນຄົນຂັບລົດຮຸນໄດ.

ຜູ້ທີ່ໄດ້ຮັບບາດເຈັບ ເປັນເພດຊາຍ ອາຍຸ 18 ປີ ສັນຊາດລາວ ປັດຈຸບັນຢູ່ບ້ານ ໃຫຍ່ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນຜູ້ຂັບລົດຣີໂວ.​

ອາການບາດເຈັບ: ມີບາດແຜ,​ ເຈັບເອິກ, ແຂນເບື້ອງຊ້າຍຈີກ, ຂາເບື້ອງຊ້າຍທະເລີ້ນ.ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນໃຫ້ຜູ້ບາດເຈັບ ແລະໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວສົ່ງຕໍ່ໃຫ້ຍາດພີ່ນ້ອງເພື່ອທຳພິທີທາງສາສະໜາ.ທາງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຂໍສະແດງຄວາມເສຍໃຈນຳຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.