ຝົນຕົກໜັກໃນອິນເດຍ-ສີລັງກາ ເສຍຊີວິດ41ຄົນຂປລ. ເກີດຝົນຕົກໜັກ ໃນພາກໃຕ້ ຂອງອິນເດຍ ເຮັດໃຫ້ມີ ຜູ້ເສຍຊີວິດ 16ຄົນ ແລະ ສີລັງກາ ມີຜູ້ເສຍຊີວິດ 25ຄົນ ບາດເຈັບອີກ 5ຄົນ ຫລັງຈາກ ເກີດນ້ຳຖ້ວມ ເປັນບໍລິເວນກວ້າງ ສ້າງຄວາມເສຍຫາຍ ຢ່າງໜັກ.ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ທັງສອງປະເທດ ພວມໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນຄັ້ງນີ້ ຢ່າງຮີບດ່ວນ.ຂະນະທີ່ ສຳນັກງານ ອຸຕຸນິຍົມ ວິທະຍາ ຂອງອິນເດຍ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ອິນເດຍ ຈະມີປະລິມານນ້ຳຝົນ ໃນລະດັບໜ້ອຍ ຫາປານກາງ ໃນພື້ນທີ່ສ່ວນໃຫຍ່ ທາງພາກໃຕ້ ແລະ ອາດເຮັດໃຫ້ເກີດນ້ຳຖ້ວມ ເປັນຄັ້ງຄາວ ຕາມເສັ້ນທາງ ແລະ ພື້ນທີ່ຕ່ຳ.ຂະນະທີ່ ສີລັງກາ ຈະມີປະລິມານ ນ້ຳຝົນ ທີ່ຫລຸດລົງ ເນື່ອງຈາກ ສະພາບ ອາກາດ ທີ່ບໍ່ດີ ໄດ້ພັດຜ່ານໄປ ທົ່ວປະເທດແລ້ວ./.
ຝົນຕົກໜັກໃນອິນເດຍ-ສີລັງກາ ເ ສ ຍ ຊ ີ ວ ິ ດ 41ຄົນ
ຝົນຕົກໜັກໃນອິນເດຍ-ສີລັງກາ ເ ສ ຍ ຊ ີ ວ ິ ດ 41ຄົນ
ຝົນຕົກໜັກໃນອິນເດຍ-ສີລັງກາ ເ ສ ຍ ຊ ີ ວ ິ ດ 41ຄົນ
ຝົນຕົກໜັກໃນອິນເດຍ-ສີລັງກາ ເ ສ ຍ ຊ ີ ວ ິ ດ 41ຄົນ