ຈັດຕັ້ງປະຕິບັດຕາມຄຳແນະນໍາ 5320/ກງ ຢ່າງເຂັ້ມງວດ ຕໍ່ຜູ້ນຳເຂົ້າ-ນຳໃຊ້ພາຫະນະທຸກປະເພດ ແບບບໍ່ຖືກຕ້ອງ

0
146

ຂປລ. ບັນຫາລົດແບບບໍ່ຖືກຕ້ອງ (ລົດເຖື່ອນ) ໃນໄລຍະຜ່ານມາບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ, ໄດ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນໆ ຢ່າງຕັ້ງໜ້າເປັນຕົ້ນການສະກັດກັ້ນ ແລະ ແກ້ໄຂເດັດຂາດ ຕໍ່ການຄ້າຂາຍເຖື່ອນ ກໍ່ຄືການນໍາເຂົ້າ ແລະ ນໍາໃຊ້ຍານ ພາຫະນະແບບບໍ່ຖືກຕ້ອງໃນຮູບແບບຕ່າງໆ. ສະນັ້ນ, ເພື່ອແກ້ໄຂປະກົດການຫຍໍ້ທໍ້ໃນການນໍາເຂົ້າ, ການ ນໍາໃຊ້, ແລກປ່ຽນ, ຊື້-ຂາຍໃຫ້ຖືກຕ້ອງຕາມກົດໝາຍໃນຂອບເຂດທົ່ວປະເທດ, ທັງເປັນການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ, ທ່ານນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງສະບັບເລກທີ 20/ນຍ, ລົງວັນທີ 08 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກ ຕ້ອງ.

ຄຳສັ່ງສະບັບນີ້, ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖີ່ນທຸກຂັ້ນເອົາໃຈໃສ່ແກ້ໄຂບັນຫາການນຳເຂົ້າຍານພາຫະນະແບບບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍຂອງການ ຈັດຕັ້ງ ແລະ ບຸກຄົນ, ຖ້າຫາກມີການຈັດຕັ້ງ, ອົງການ ແລະ ບຸກຄົນໃດນຳໃຊ້ພາຫະນະເຖື່ອນທີ່ຍັງບໍ່ທັນໄດ້ປະຕິບັດພັນທະ ແມ່ນໃຫ້ແນະນຳແກ່ຜູ້ທີ່ຄອບຄອງຍານພາຫະນະດັ່ງກ່າວ ໄປດຳເນີນການແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ; ພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງໝາຍເຖິງພາຫະນະທີ່ນຳເຂົ້າ, ຫລົບຫລີກ ຫລື ໜີ ພາສີທີ່ບໍ່ມີໜັງສືອະນຸຍາດນຳເຂົ້າ ແລະ ບໍ່ໄດ້ປະຕິບັດພັນທະເສຍພາສີອາກອນໃຫ້ລັດ ແລ້ວນຳໄປແລກ ປ່ຽນຊື້-ຂາຍ, ນຳໃຊ້ເອກະສານປອມ ແລະ ຕິດປ້າຍທະບຽນປອມ; ໃຫ້ຜູ້ຄອບຄອງພາຫະນະປະເພດຕ່າງໆທີ່ນຳເຂົ້າ ແລະ ນຳໃຊ້ບໍ່ຖືກຕ້ອງ, ຊຶ່ງມີການຊື້-ຂາຍ, ການນຳໃຊ້ທະບຽນ, ປ້າຍພາຫະນະທີ່ຍັງບໍ່ທັນໄດ້ເສຍພາສີອາກອນແມ່ນໃຫ້ຕື່ນຕົວ, ສະໝັກໃຈ ແລະ ຈິງໃຈນຳເອົາເອກະສານມາແຈ້ງຕໍ່ຄະນະກຳ ມະການຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນ, ເພື່ອດຳເນີນການແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ, ຊຶ່ງນັບແຕ່ວັນທີ 20 ຕຸລາ 2021 ຫາ ວັນທີ 20 ມັງກອນ 2022 ຖ້າຫາກມາແຈ້ງຕາມໄລຍະເວລາດັ່ງກ່າວແມ່ນຈະພິຈາລະນາໃຫ້ເສຍພາສີ-ອາກອນ ຕາມລະບຽບທົ່ວໄປ ແລະ ຈະບໍ່ຖືກປັບໄໝ, ສ່ວນຜູ້ທີ່ຄອບຄອງຍານພາຫະນະປະເພດຕ່າງໆ ທີ່ນຳເຂົ້າ ແລະ ນຳໃຊ້ບໍ່ຖືກຕ້ອງ ຫາກບໍ່ນຳເອົາເອກະສານ ແລະ ພາ ຫະນະຕົວຈິງ ມາແຈ້ງຕໍ່ຄະນະກຳມະການຈັດຕັ້ງປະຕິບັດຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມກຳ ນົດເວລາທີ່ກ່າວມານັ້ນ ຈະຖືກນຳເດີນການຕາມຂັ້ນຕອນຂອງກົດໝາຍ ແລະ ຖ້າກວດພົບຈະຖືກຢຶດເປັນຊັບສິນຂອງລັດ ຕາມທີ່ກຳນົດໄວ້ໃນກົດໝາຍ.

ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄຳສັ່ງສະບັບເລກທີ 20/ນຍ, ກະຊວງການເງິນ, ໄດ້ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ, ແຕ່ງຕັ້ງຄະ ນະກຳມະການຊີ້ນຳລວມ, ຄະນະກຳມະການຊ່ວຍວຽກເພື່ອດຳເນີນການກວດກາ ແລະ ໄດ້ອອກຄໍາແນະນໍາສະບັບເລກທີ 5320/ກງ, ລົງວັນທີ 22 ຕຸລາ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 20/ນຍ, ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນຳເຂົ້າ ແລະ ນຳໃຊ້ຍານພາຫະນະທຸກປະເທດແບບບໍ່ຖືກຕ້ອງ, ໂດຍໄດ້ກຳນົດຫລັກການ, ວິທີການ, ຂັ້ນຕອນ ແລະ ກົນໄກຜັນຂະຫຍາຍຄໍາສັ່ງສະບັບເລກທີ 20/ນຍ, ເພື່ອເປັນບ່ອນອີງໃຫ້ບັນດາຂະແໜງການໃນການຈັດຕັ້ງປະຕິບັດໃຫ້ມີຄວາມເຂັ້ມງວດເປັນເອກະພາບ, ຖືກຕ້ອງຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃນຂອບເຂດທົ່ວປະເທດ. ພ້ອມທັງກຳນົດຫລັກການ, ຂັ້ນຕອນວິທີປະຕິບັດ ແລະ ວິທີກຳນົດການຄິດໄລ່ພາສີ-ອາກອນຢ່າງລະອຽດ ແລະ ມີຄະນະກຳມະການຮັບຜິດຊອບເພື່ອດໍາເນີນການແກ້ໄຂ.
ຄະນະຊີ້ນໍາຂັ້ນສູນກາງປະກອບ ມີ: ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າ, ຮອງລັດຖະ ມົນຕີກະຊວງ ຍທຂ ເປັນຮອງຫົວໜ້າ, ຮອງລັດຖະມົນຕີ ປະຈຳ ສນຍ, ຮອງລັດຖະມົນຕີ ກະຊວງປກສ, ຮອງລັດຖະມົນຕີກະຊວງ ປກຊ, ຮອງລັດຖະມົນຕີກະຊວງ ອຄ, ຫົວໜ້າອົງການກວດກາແຫ່ງລັດ ເປັນຄະນະ; ຄະນະຊີ້ນໍາຂັ້ນທ້ອງຖິ່ນປະກອບ ມີ: ຮອງເຈົ້ານະຄອນຫລວງ, ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກເສດ ຖະກິດເປັນຫົວໜ້າ, ຫົວໜ້າພະແນກການເງິນເປັນຮອງຫົວໜ້າ, ຫົວໜ້າພະແນກ ຍທຂ, ຫົວໜ້າກອງບັນ ຊາການ ປກສ ແຂວງ, ຫົວໜ້າກອງບັນຊາການທະຫານ, ຫົວໜ້າພະແນກ ອຄ, ຫົວໜ້າອົງການກວດກາເປັນຄະນະ.

ສ່ວນຄະນະກຳມະການຈັດຕັ້ງປະຕິບັດຊ່ວຍວຽກຂັ້ນສູນກາງ ປະກອບມີ: ຫົວໜ້າກົມພາສີກະຊວງການເງິນ ເປັນຫົວໜ້າ, ຫົວໜ້າກົມຂົນສົ່ງກະຊວງ ຍທຂ ເປັນຮອງຫົວໜ້າ, ຫົວໜ້າກົມຕໍາຫລວດຈາລະຈອນ ກະຊວງ ປກສ, ຫົວໜ້າກົມຄຸ້ມຄອງລົດ ກະຊວງ ປກຊ, ຫົວໜ້າກົມການຄ້າພາຍໃນກະຊວງ ອຄ, ຫົວໜ້າກົມກວດກາລັດ ອົງການກວດກາແຫ່ງລັດ ເປັນຄະນະ; ຄະນະກຳມະການຈັດຕັ້ງປະຕິບັດຊ່ວຍວຽກຂັ້ນທ້ອງຖິ່ນປະກອບມີ: ຫົວໜ້າພາສີ ປະຈຳນະຄອນຫລວງ/ແຂວງ ເປັນຫົວໜ້າ, ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ເປັນຮອງຫົວໜ້າ, ຫົວໜ້າພະແນກຄຸ້ມຄອງລົດ ກະຊວງ ປກຊ, ຫົວໜ້າພະແນກຈາລະຈອນ ປກສ ແຂວງ/ນະຄອນຫລວງ, ຫົວໜ້າພະແນກ ອຄ, ຫົວໜ້າອົງການກວດກາແຫ່ງລັດເປັນຄະນະ.

ໂດຍມອບໃຫ້ສ່ວນຄະນະກຳມະການຈັດຕັ້ງປະຕິບັດຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນປະສານສົມທົບກັບຄະນະຊີ້ນຳແຕ່ລະຂັ້ນ ແລະ ກົມພາສີ, ພະແນກການອ້ອມຂ້າງກົມພາສີ, ພາສີປະຈໍານະຄອນ ຫຼວງ/ແຂວງເປັນເຈົ້າການຈັດຕັ້ງເຜີຍແຜ່ ໃຫ້ພະນັກງານ, ທະຫານ, ຕໍາຫລວດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງເພື່ອຮັບຮູ້, ຕື່ນຕົວໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ສໍາລັບການຂຶ້ນບັນຊີ ຍານພາຫະນະຢູ່ຂັ້ນສູນກາງ/ນະຄອນຫລວງໃຫ້ຜູ້ຄອບຄອງ, ນໍາໃຊ້, ເອົາຍານພາຫະນະຕົວຈິງ, ພ້ອມເອກະສານທີ່ກ່ຽວຂ້ອງກັບຍານພາຫະນະມາແຈ້ງ ຢູ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ; ສໍາລັບການຂຶ້ນບັນຊີຍານພາຫະນະຢູ່ຂັ້ນທ້ອງຖິ່ນໃນທົ່ວປະເທດໃຫ້ຜູ້ຄອບຄອງ, ນໍາໃຊ້, ເອົາຍານພາຫະນະຕົວຈິງ ພ້ອມເອກະສານທີ່ກ່ຽວຂ້ອງກັບຍານພາຫະນະມາແຈ້ງຢູ່ຫ້ອງການພາສີປະຈໍາແຂວງ; ສໍາລັບຜູ້ຄອບຄອງ, ນໍາໃຊ້ຍານພາຫະນະທີ່ຢູ່ແຂວງໃດໃຫ້ໄປແຈ້ງຢູ່ຫ້ອງການພາສີປະຈໍາແຂວງນັ້ນ.

ການແກ້ໄຂບັນຫາລົດແບບບໍ່ຖືກຕ້ອງ (ລົດເຖື່ອນ) ຈຶ່ງເລັ່ງທວງໃຫ້ລັດຖະບານໂດຍສະເພາະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ, ລວມທັງພົນລະເມືອງດີ, ຕ້ອງພ້ອມກັນເຂົ້າຮ່ວມຕ້ານ ແລະ ປາບປາມຢ່າງເອົາຈິງເອົາຈັງເດັດຂາດເດັດດ່ຽວ ແລະ ເຊື່ອວ່າ ພາຍໃຕ້ມາດຕະການເດັດຂາດຂອງລັດຖະບານ ຊຸດທີ IX ຈະນໍາພາປະເທດຊາດ ຜ່ານພົ້ນຈາກຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນປີ 2023.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.