ສຳເລັດແລ້ວ…!! ສະຖານີລົດໄຟວັງວຽງ ສຳເລັດການຕົກແຕ່ງທັງພາຍໃນ-ພາຍນອກຮຽບຮ້ອຍ ພ້ອມຮັບໃຊ້ 2 ທັນວານີ້

0
140

ຫວ່າງບໍ່ດົນມານີ້, ສະຖານີລົດໄຟວັງວຽງທາງລົດໄຟຈີນ-ລາວ ໄດ້ສຳເລັດການຕົກແຕ່ງທັງພາຍໃນ ແລະພາຍນອກຮຽບຮ້ອຍແລ້ວ ຖືໄດ້ວ່າຫຼາຍສະຖານີ້ໄດ້ສໍາເລັດໄປຕາມລໍາດັບ ແລະ ຮັບປະກັນການເປີດເສັ້ນທາງລົດໄຟລາວ-ຈີນ ໄດ້ໃນວັນທີ 2 ທັນວາ ທີ່ຈະມາເຖິງບໍ່ເທົ່າໃດວັນນີ້.

ສະຖານີລົດໄຟວັງວຽງຕັ້ງຢູ່ບ້ານພູດິນແດງ,ເມືອງວັງວຽງປະເທດລາວ, ເນື້ອທີ່ກໍ່ສ້າງມີລວມທັງໝົດປະມານ 5000 ຕາແມັດ, ສາມາດຮອງຮັບໄດ້ 600 ຄົນຫຼາຍທີ່ສຸດ.
ປັດຈຸບັນ, ສະຖານີລົດໄຟວັງວຽງໄດ້ເລີ່ມກວດຮັບແລ້ວ ແລະພວມກະກຽມວຽກງານການທົດລອງແບບປະສານກັນຕາມພາຍຫຼັງ, ຄາດວ່າຈະເປີດການບໍລິການໃນເດືອນທັນວາປີນີ້.

ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານຂອງຈີນໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ໃນນັ້ນ, ຊ່ວງໄລຍະຢູ່ລາວມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະຜູ້ໂດຍສານ ແລະຈະເປີດໃຫ້ບໍລິການໃນເດືອນທັນວາປີ 2021 ຕາມແຜນການ.

ຂໍ້ມູນຈາກ: ສຳນັກຂ່າວ CRI-FM93.

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.