ໂຮງໝໍມະໂຫສົດໃຫຍ່ທັນສະໄໝສ່ຳໃດບໍຮູ້ ແຕ່ຍົນສາມາດລົງຈອດເທິງຫຼັງຄາໄດ ເປັນການອຳນວຍຄວາມສະດວກສຳລັບກໍລະນີເລັ່ງດ່ວນຕ້ອງໄດ້ຮັບການຊ່ວຍເຫຼືອຈາກແພດໝໍໂດຍດ່ວນທີ່ສຸດ ເຊິ່ງຕອນນີ້ໄດ້ສ້າງສຳເລັດແລ້ວ ມື້ນີ້ມີພິທີມອບ-ຮັບຢ່າງເປັນທາງການ.
ໂຮງໝໍມະໂຫສົດຫຼັງໃໝ່ເປັນການຊ່ວຍເຫຼືອຈາກ ສປ ຈີນ ຈະກາຍເປັນໂຮງໝໍລັດທີ່ໃຫຍ່, ປະຫຍັດພະລັງງານ ແລະທັນສະໄໝທີ່ສຸດຂອງປະເທດເຮົາ.
ໂຮງໝໍມະໂຫສົດ ຖືກສ້າງເພື່ອເປັນສັນຍາລັກແຫ່ງການຊ່ວຍເຫຼືອແລະ ການຮ່ວມມືໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງ ລາວ-ຈີນ ເຊິ່ງໂຮງໝໍແຫ່ງນີ້ມີຈຸດພິເສດຫຼາຍຢ່າງຄື: ເປັນໂຮງໝໍທີ່ໃຫຍ່ ແລະ ມີຕຽງນອນຫຼາຍທີ່ສຸດ ເຊິ່ງມີເນື້ອທີ່ຫຼາຍກວ່າ 30ຕາຕະລາງແມັດ ສ່ວນເນື້ອທີ່ບ່ອນປຸກສ້າງກວມເອົາເກືອບ 5,5 ໝື່ນຕາຕະລາງແມັດ, ມີຕຽງນອນ 600 ຕຽງ.
ສ່ວນການຈັດຕັ້ງພະແນກຕ່າງໆນັ້ນແມ່ນກວມລວມໝົດທຸກພະແນກ, ຈາກພະແນກສຸກເສີນ, ພະແນກກວດພະຍາດປະຈໍາວັນ, ຕຶກຄົນເຈັບ ຈົນຮອດຫ້ອງການບໍລິຫານ ແລະ ລະບົບອື່ນໆ.
ໂຮງໝໍແຫ່ງນີ້ ພາຍຫຼັງສ້າງສຳເລັດແລ້ວຝ່າຍຈີນຍັງຈະຈັດຝຶກອົບຮົມທາງດ້ານວິຊາການໃຫ້ແກ່ແພດລາວເປັນໄລຍະ 3 ປີ ເຊິ່ງຈະເປັນສິ່ງທີ່ຄໍ້າປະກັນວ່າ ໂຮງໝໍແຫ່ງນີ້ຈະກາຍເປັນສູນກາງແຫ່ງການຮຽນການສອນທາງດ້ານການແພດຂອງຝ່າຍລາວນໍາອີກ ເພື່ອອົບຮົມບຸກຄາລາກອນການແພດລາວໃຫ້ມີຄຸນນະພາບ.
ງົດງາມຍິ່ງໃຫຍ່ອີຫຼີ