ຈັກມື້ເຮົາຕ້ອງເປັນແບບນີ້ ໄດ້ເວລາປ່ຽນ ຂີ່ລົດຈັກ ໄປຊື້ລົດໃຫຍ່ ສຸດພູມໃຈຕັ້ງໃຈຫາເງິນຈົນມີມື້ນີ້

0
144

ຢາກຈະບອກວ່າຢ່າເບິ່ງຄົນທີ່ພາຍນອກ ບໍ່ວ່າຈະເປັນການແຕ່ງໂຕ ຫຼື ລົດທີ່ຂີ່ມາເພາະບາງທີອາດຈະບໍ່ເປັນດັ່ງທີ່ເຮົາເຫັນ ຈັກມື້ເຮົາຕ້ອງເປັນແບບນີ້ ໄດ້ເວລາປ່ຽນ ຂີ່ລົດຈັກ ໄປຊື້ລົດໃຫຍ່ ສຸດພູມໃຈຕັ້ງໃຈຫາເງິນຈົນມີມື້ນີ້ ຂີ່ລົດຈັກມາຊື້ລົດໃຫຍ່ ແຕ່ງໂຕທໍາມະດາແຕ່ມີເງິນສົດ ຢ່າໄດ້ດູຖູກຄົນຈາກພາຍນອກຈາກຄຣິບຕິກຕ໊ອກລົງໄວ້ ຊາຍໜຸ່ມ 2 ຄົນ ຂີ່ລົດຈັກມາຊືລົດໃຫຍ່ ສຸດທ້າຍກໍແບບລົດຈັກຂຶ້ນເທິງລົດໃຫຍ່

ເຂົາທັງ 2 ຄົນ ແຕ່ງໂຕທໍາມະດາ ທໍາມະດາ ແຕ່ນໍາເງິນສົດມາຖອຍລົດໃຫຍ່ຄັນງາມ ໄປຂີ່ໄດ້ຢ່າງສະບາຍໆອາດເປັນຜົນຂອງການຕັ້ງໃຈເຮັດວຽກ, ຫາເກັບທ້ອນ ຈຶ່ງມີມື້ນີ້ ແຕ່ກໍບໍ່ໄດ້ອວດອົ່ງຫຍັງ ແຕ່ງໂຕທໍາມະດາ ມາຊື້ແລ້ວກໍຂັບລົດໄປແບບໂກ້ໆເລີຍ

ເລື່ອງນີ້ສອນໃຫ້ຮູ້ວ່າ ຢ່າດູຖູກໃຜພຽງການແຕ່ງໂຕ ແລະ ສິ່ງທີ່ເບິ່ງເຫັນພາຍນອກ ເພາະເຂົ້າອາດຫາເງິນໄດ້ຫຼາຍກວ່າ, ເກັ່ງກວ່າເຈົ້າອີກ ແນວໃດກໍດີໃຈນໍາ ຈັກມື້ຄົງເປັນຂອງເຮົາ


ຈັກມື້ເຮົາຕ້ອງເປັນແບບນີ້ ໄດ້ເວລາປ່ຽນ ຂີ່ລົດຈັກ ໄປຊື້ລົດໃຫຍ່ ສຸດພູມໃຈຕັ້ງໃຈຫາເງິນຈົນມີມື້ນີ້

ຈາກ: ແຊໄວ້

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.