ເມຍໂຫດ ຜົວເຮັດກິ່ງມ່ວງຫັກ ເລີຍໃຊ້ມີດຟ ັ ນ ຄ ໍ ແລະ ເອົາມ ີ ດ ຕັດແ ທ ງຕື່ມ

0
200

ເວັບໄຊ້ຂ່າວຕ່າງປະເທດໄດ້ລາຍງານວ່າມີຊາຍຄົນໜຶ່ງອາຍຸ 40 ປີ ມີອາຊີບຮັບຈ້າງທົ່ວໄປ ຖືກເມຍໃຊ້ມີດບັງຕໍຟັນເຂົ້າບໍລິເວນຫົວ, ຄໍ ແລະ ໃຊ້ມີດຕັດແທງໃສຕື່ມເຮັດໃຫ້ເກີດເປັນບາດເລິກ ຈາກນນັ້ນກໍໃຊ້ສາກກະເບືອທຸບຕື່ມ ສາເຫດເກີດມາຈາກທີ່ຊາຍຄົນດັ່ງກ່າວເມົາເຫຼົ້າ ແລ້ວເມຍໃຊ້ໃຫ້ໄປການກິ່ງໝາກມ່ວງ ເຊິ່ງຕົນເອງເຮັດບໍ່ເປັນ ແລະ ໄດ້ເຮັດກິ່ງໝາກມ່ວງຫັກ ພໍເມຍມາເຫັນກໍໃຊ້ມີດຟັນຄໍ ແລະ ເກີດມີການທໍາຮ້າຍຮ່າງກາຍກັນເກີດຂຶ້ນ.

ຕອນນີ້ຊາຍຄົນດັ່ງກ່າວໄດ້ອອກຈາກໂຮງໝໍ ແລະ ໄດ້ມີການຜິດຖຽງກັນກັບເມຍອີກຮອບໜຶ່ງ ຈົນເຈົ້າຂອງຫ້ອງເຊົ່າຕ້ອງໄດ້ເຂົ້າໄປເຈລະຈາ ແລະ ຂໍໃຫ້ທັງສອງຄົນຍ້າຍອອກຈາກຫ້ອງເຊົ່າໄປເພື່ອຄວາມສະຫງົບ ແລະ ຄວາມສະບາຍໃຈຂອງທຸກຄົນ ໂດຍທາງເຈົ້າຂອງຫ້ອງເຊົ່າຢືນຢັນວ່າບໍ່ໄດ້ໄລ່ ແຕ່ເປັນການຂໍໃຫ້ໄປຊອກບ່ອນຢູ່ໃໝ່ ໂດຍມີການຈ່າຍຄ່າມັດຈໍາຄືນໃຫ້ ແລະ ໃຫ້ເງິນຊ່ວຍເຫຼືອອີກປະມານ 4,000 ບາດ.

ແຫຼ່ງຂ່າວ: One31

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.