ແນວພັນເຂົ້າລາວໄດ້ລາງວັນອາຊຽນດີເດັ່ນ ຄວາມທົນທານຕໍ່ອາກາດ

0
184

ເປັນຄວາມພາກພູມໃຈຫຼາຍທີ່ມື້ນີ້ໄດ້ຍິນຂ່າວດີສຸດ ໃນວົງການກະສິກຳລາວ ໂດຍສະເພາະການປັບປຸງແນວພັນເຂົ້າທີ່ທົນຕໍ່ນ້ຳຸ້ວມແຫ້ງແລ້ງ ໄດ້ຮັບການຢືນຢັນຈາກນັກວິທະຍາສາດເປັນທີ່ຮຽບຮ້ອຍແລ້ວ.

ນັກວິຊາການນັກຄົ້ນຄວ້າເຮົາເກັ່ງຂຶ້ນທຸກວັນ ຮອດມື້ນີ້ເວົ້າໄດ້ວ່າ ໝົດເວລາແລ້ວໝົດຂໍ້ອ້າງແລ້ວໝົດໂອກາດໂທດຟ້າໂທດຝົນແລ້ວ, ຍຸກສະໄໝໄດ້ປ່ຽນໄປແລ້ວ ນັກວິທະຍາສາດລາວຄາຣັນຕີດ້ວຍລາງວັນດີເດັ່ນອາຊຽນ ໄດ້ປັບປຸງພັນເຂົ້າໃຫ້ມີຄຸນລັກສະນະທົນແລ້ງ ແລະ ທົນນໍ້າຖ້ວມ, ແລ້ວພວກເຮົາຈະລໍຖ້າໃຫ້ໃຜມາຊ່ວຍແກ້ບັນຫາຊໍ້າຊາກຂອງຕົນເອງນໍ ຕ້ອງພ້ອມກັນບຸກທະລຸດ້ານຈິນຕະນາການ ແລະ ພຶດຕິກຳໃຫ້ສຳເລັດ.”


ແນວພັນເຂົ້າຫອມ “ເຊບັ້ງໄຟ 04” ປູກຢູເມືອງທ່າແຂກ ແລະ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ເຫັນວ່າປັບໂຕໄດ້ດີຕໍ່ກັບໄພແຫ້ງແລ້ງ ເປັນເວລາ 02 ເດືອນ (XFB4 variety is adopted under droungt condition for 02 months, no raining since 18 August 2019).
ສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ, ໄດ້ປຸງແຕ່ງເມັດພັນເຂົ້າ ເພື່ອກຽມຮັບໃຊ້ການຜະລິດລະດູແລ້ງ 2021-2022 ແລະ ໄດ້ກະກຽມແນວພັນຊະນິດໃໝ່ພັນທ່າດອກຄໍາ16 (ເຂົ້າໜຽວຫອມ, ທົນນໍ້າຖ້ວມ, ທົນພະຍາດຄໍຮວງເນົ່າ, ພະຍາດໃບໄໝ້ ແລະ ພະຍາດຂອບໃບແຫ້ງ) ໃນລະດູການປີ 2022.
ປັດຈຸບັນທາງສູນຄົ້ນຄວ້າເມັດພັນເຂົ້ານາພອກ ມີບັນດາແນວພັນທ່າດອກຄໍາ 01, ຫອມທ່າດອກຄໍາ 01, ທ່າດອກຄໍາ 08, ຫອມທ່າດອກຄໍາ 08 ແລະ ເຊບັ້ງໄຟ 02 ປະລິມານຕ້ອງການເມັດພັນ 10 ກິໂລຕໍ່ເນື້ອທີ່ນາໜື່ງໄລ່ ແລະ ລາຄາ 6500 ກີບຕໍ່ກິໂລ.

ເມັດພັນເຂົ້າ ມີສູນບໍລິການຈຳໜ່າຍຢູ່ 03 ຈຸດດັ່ງນີ້: ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ ຜູ້ທີ່ມີຄວາມສົນໃຈສາມາດສອບຖາມໄດ້ທີ່ສູນຄົ້ນຄວ້າເຂົ້າ 97893645 ຫຼື ສາມາດໂທຫາອີກເບີ 97893634, ບ້ານໂພນຕ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ນິມິດໃໝ່ຂອງຊາວນາ ຕໍ່ໄປຈະໄຄຂຶ້ນຖ້າທົ່ງນາຖືກນ້ຳຖ້ວມ ຫຼື ແລ້ງກະແດ້ງບໍມີນ້ຳໃສ່

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.