ຕາມການຖະແຫຼງຂ່າວຂອງ ຄະນະສະເພາະກິດ ຄວບຄຸບພະຍາດ ໂ ຄ ວິ ດ – 1 9 ໃນວັນທີ 07 ພະຈິກ 2021 ໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດ – 19 ເພີ່ມຂື້ນ +1,076 ຄົນ (ກໍລະນີນຳເຂົ້າ 5 ຄົນ ແລະ ຕິດເຊື້ອພາຍໃນ 1,071 ຄົນ) ແລະ ເສຍຊີວິດໃໝ່ +1 ກໍລະນີ. ສຳຫຼັບຜູ້ຕິດເຊື້ອໃນນັ້ນປະກອບດ້ວຍ: ນະຄອນຫຼວງວຽງຈັນ: 544 (ນຳເຂົ້າ 4) (ຕິດເຊື້ອພາຍໃນ 540) ຫຼວງພະບາງ: 174 (ຕິດເຊື້ອພາຍໃນ) ວຽງຈັນ: 93 (ຕິດເຊື້ອພາຍໃນ) ບໍ່ແກ້ວ: 51 (ຕິດເຊື້ອພາຍໃນ) ຫຼວງນໍ້າທາ: 51 (ຕິດເຊື້ອພາຍໃນ) ຈຳປາສັກ: 42 (ຕິດເຊື້ອພາຍໃນ) ເຊກອງ: 41 (ຕິດເຊື້ອພາຍໃນ) ຄໍາມ່ວນ: 26 (ຕິດເຊື້ອພາຍໃນ) ອຸດົມໄຊ: 23 (ຕິດເຊື້ອພາຍໃນ) ບໍ່ລິຄໍາໄຊ: 10 (ຕິດເຊື້ອພາຍໃນ) ສາລະວັນ: 8 (ຕິດເຊື້ອພາຍໃນ) ສະຫວັນນະເຂດ: 6 (ຕິດເຊື້ອພາຍໃນ) ໄຊຍະບູລີ: 5 (ນຳເຂົ້າ 1) (ຕິດເຊື້ອພາຍໃນ 4) ຜົ້ງສາລີ: 1 (ຕິດເຊື້ອພາຍໃນ) ຊຽງຂວາງ: 1 (ຕິດເຊື້ອພາຍໃນ)
ເຮັດໃຫ້ມາຮອດວັນທີ 07 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດ ໂ ຄ ວິ ດ – 19 ຢູ່ ສປປ ລາວ 45,980 ຄົນ, ເສຍຊີວິດສະສົມ 82 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 754 ຄົນ, ກຳລັງປິ່ນປົວ 8,359 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:ຜູ້ທີ 1: ເພດຍິງ, ອາຍຸ 78 ປີ, ອາຊີບ ຜູ້ເຖົ້າ, ບ້ານດົງປ່າແຫລບ, ເມືອງຈັນທະບູລີ, ນະຄອນຫລວງ.ວັນທີ 21 ຕຸລາ 2021: ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດ ໂ ຄ ວິ ດ – 19 ວັນທີ 22 ຕຸລາ 2021: ຜົນກວດແມ່ນພົບເຊື້ອ ແລະ ໄດ້ໄປກັກໂຕຢູ່ສູນລ້ານຊ້າງ
ວັນທີ 23 ຕຸລາ 2021: ຜູ້ກ່ຽວມີອາການໄອ, ມີຂີ້ສະເຫລດ, ຖ່າຍເປັນນໍ້າ, ມີຮາກ, ເຈັບແຫນ້ນຫນ້າເອິກເວລາທີ່ໄອຫລາຍ ແລ້ວ ຈຶ່ງຍ້າຍມາຕິດຕາມຢູ່ໂຮງໝໍມິດຕະພາບ ພະຍາດປະຈຳຕົວ: ໄຂ່ຫລັງຊຸດໂຊມ ໄດ້ 5 ປີ ແຕ່ບໍ່ເຄີຍຟອກ ແລະ ເປັນຄວາມດັນເລືອດສູງ ກິນຢາປະຈຳ ຍັງບໍ່ໄດ້ສັກຢາວັກຊີນ ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແມ່ນແຕ່ວັນທີ 23 ຕຸລາ – 06 ພະຈິກ 2021, ເປັນເວລາ 15 ວັນ ຮອດເວລາ 06:30 ໂມງຂອງວັນທີ 06 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.
ການບໍລິການເກັບຕົວຢ່າງ ເພື່ອກວດຫາເຊືື້ອ ໂ ຄ ວິ ດ – 19ສໍາລັບ ບັນດາແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອ ໂ ຄ ວິ ດ – 19 ໄດ້ທີ່ໂຮງໝໍແຂວງ ຫຼື ຈຸດກວດເພີ້ມເຕີມ ທີ່ທາງຄະນະສະເພາະກິດແຂວງກຳນົດໄວ້ ພ້ອມດຽວກັນ ກໍ່ຍັງມີບໍລິການກວດເຄື່ອນທີ່ ໃນຈຸດ ຫຼື ບ້ານ ທີ່ມີການລະບາດພາຍໃນ ເພື່ອຄົ້ນຫາຜູ້ຕິດເຊືື້ອໃໝ່.
ສໍາລັບຈຸດກວດ ຢູ່ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້: ຈຸດກວດຄົງທີ່: ມີສະໜາມກິລາໃນຮົ່ມ ບຶງຂະຫຍອງ (ວັນຈັນ ຫາ ອາທິດ) ເວລາ 9:00–11:30 ໂມງ ມສ ລາວ-ຫວຽດ ແລະ ມ. ສ ເຈົ້າອານຸວົງ ທີມກວດເຄື່ອນທີ່: 01 ທີມ ຂອງສາທາເມືອງໄຊທານີ 01 ທີມ ຂອງສາທາເມືອງສີສັດຕະນາກສາທາເມືອງນາຊາຍທອງ 02 ທີມ
01 ທີມ ຂອງສາທາເມືອງສີໂຄດຕະບອງ ເຄື່ອນທີ່ເກັບຕົວຢ່າງ ຕາມຈຸດທີ່ມີການລະບາດ ພາຍໃນເມືອງຂອງຕົນພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ມີ 2 ທິມ ເຄື່ອນໄຫວໄປຊ່ວຍທຸກເມືອງໃນການເກັບຕົວຢ່າງຢູ່ສະຖານທີ່ມີການລະບາດ
ສໍາລັບຈຸດບໍລິການວັກຊີນ ຢູ່ນະຄອນຫຼວງວຽງຈັນມີຄື :1. ໂຮງໝໍສູນກາງ 2. ໂຮງໝໍເມືອງ 9 ຕົວເມືອງ3. ວັດຈີນ ບ້ານ ດົງປາແລບ ເມືອງຈັນທະບູລີ (ເປີດ ວັນຈັນ ຫາ ອາທິດ) ມີ Sinopharm ເຂັ້ມທີ 1 ແລະ 2, AstraZeneca ເຂັ້ມທີ 1 ແລະ 2 ແລະ Johnson and Johnson4. ໂຮງໝໍເດັກ ເລີມວັນທີ 02 ຫາ 30 ພະຈິກ (ເປີດວັນຈັນ ຫາ ວັນສຸກ) ປະກອບມີ ວັກຊິນ Sinopharm ເຂັ້ມທີ 1 ແລະ 2; AstraZeneca ເຂັ້ມທີ 1 ແລະ 2.ການສັກວັກຊິນ ສໍາລັບນັກຮຽນຜູ້ທີ່ຮຽນຈົບມໍ 7 ຫຼື 17 ປີຂື້ນໄປ ກໍ່ສາມາດເຂົ້າມາສັກໄດ້.