ແຊຣບອກຕໍ່..! ປະສົບການຕົວຈິງ ລາວໄປໄທໄດ້ ມີ 8 ຂັ້ນຕອນຕາມນີ້ເດີ້ທຸກຄົນ

0
268

ແຊຣບອກຕໍ່..!! ປະສົບການຕົວຈິງ ລາວໄປໄທໄດ້ ມີ 8 ຂັ້ນຕອນຕາມນີ້ເດີ້ທຸກຄົນ ເຫັນຫລາຍຄົນຖາມ ” ໄປໄທຕ້ອງເຮັດຫຍັງແນ່? ”( ຂໍ້ມູນຈາກທີ່ເຮັດມາ )

1.ຈອງປີ້ຍົນ ( ແລ້ວພະນັກງານຈະເຮັດໃບຈອງໃຫ້ໄປແລ່ນເອກກະສານ ) 2.Passport ( ກໍລະນີຢູ່ບໍ່ເກີນ 30 ມື້ ) ຖ້າເກີນຕ້ອງຂໍວີຊ່າ 3.ໃບສັກວັກຊີນຄົບສອງເຂັມ ເປັນພາສາອັງກິດ( ຕ້ອງໄປຂໍຢູ່ຫລັງໂຮງຫມໍເສດຖາ ) (30.000kip) 4.ໃບຈອງໂຮງແຮມເພື່ອກັກໂຕ 1 ຄືນ ( ປະມານ 4000 b)5.ປະກັນໄພທີ່ສາມາດໃຊ້ຢູ່ໄທໄດ້ ວົງເງິນປະກັນ 50.000$ ( ປະມານ 2000B )

6.ໃບອະນຸຍາດອອກນອກປະເທດ ( ເຮັດຢູ່ກົງສຸນ ) 7.ລົງທະບຽນ Thailand Pass ໃນເວັບໄຊ້ຂອງໄທ 8.ໃບກວດ RT- PCR test ບໍ່ເກີນ 72ຊົ່ວໂມງ (ແນະນຳໃຫ້ໄປເຮັດກ່ອນ 1 ມື້ ) ຢູ່ສູນວິເຄາະແລະລະບາດວິທະຍາ (650.000 kip ) ( ຕ້ອງແມ່ນ RT-PCR test ເທົ່ານັ້ນ ຖ້າການກວດໂຄວິດແບບອື່ນ ແມ່ນເພິ່ນຈະບໍ່ໃຫ້ຂຶ້ນເຄື່ອງເດີ້ )

ຈາກນັ້ນກະ print ທຸກຢ່າງຕິດໂຕຕອນຂຶ້ນຍົນ ສອບຖາມເພີ່ມຕື່ມ : ທັກ Inbox ມາໂລດເດີ້ ຫວັງວ່າຈະເປັນປະໂຫຍດກັບທຸກຄົນເດີ້

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.