ຂປລ. ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ຕອນແລງວັນທີ 4 ພະຈິກ 2021 ນີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມຄະນະລົງຢ້ຽມຢາ ແລະ ໃຫ້ກຳລັງໃຈຜູ້ຕິດເຊື້ອໂຄວິດ-19 ຢູ່ສູນປິ່ນປົວໂຮງໝໍແຂວງ ແລະ ໂຮງໝໍທະຫານແຂວງ ພາຍຫລັງມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມຂຶ້ນ ແລະ ໄດ້ມອບນໍ້າດື່ມ 110 ແກັດ ໃຫ້ແກ່ສູນປິ່ນປົວດັ່ງກ່າວ.
ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ໂອ້ລົມ ແລະ ໃຫ້ກໍາລັງໃຈ ຕໍ່ຜູ້ທີ່ຕິດ ເຊື້ອໂຄວິດ-19 ພ້ອມທັງຢື້ຢາມຖາມຂ່າວ ດ້ວຍຄວາມເປັນຫ່ວງເປັນໃຍ ໂດຍທ່ານໄດ້ກ່າວບາງຕອນວ່າ: ຂໍໃຫ້ທຸກຄົນຮັກສາສຸຂະພາບຮ່າງກາຍ ແລະ ຈິດໃຈ ໃຫ້ແຂງແຮງຢູ່ສະເໝີ, ໝັ່ນອອກກໍລັງກາຍສ້າງຄວາມພູມຄຸ້ມກັນໃຫ້ກັບຕົນເອງ ເພື່ອຕໍ່ສູ້ກັບພະຍາດ ດັ່ງກ່າວ ໃຫ້ຫາຍດີໂດຍໄວ, ສິ່ງສໍາຄັນຕ້ອງປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ. ພ້ອມທັງໄດ້
ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ເລັ່ງເກັບຂໍ້ມູນກໍລະນີ C1, C2 ຢ່າງລະອຽດໂດຍໄວ ເພື່ອຕິດ ຕາມອາການ ແລະ ເກັບຕົວຢ່າງກວດວິເຄາະຫາເຊື້ອ ຫລື ຈໍາກັດບໍລິເວນກໍລະນີດັ່ງ ກ່າວ ເພື່ອຮັບປະກັນບໍ່ໃຫ້ພະຍາດໂຄວິດ-19 ຢູ່ແຂວງພວກເຮົາ ແພ່ລະບາດເປັນວົງກວ້າງ. ພ້ອມກັນນີ້, ທ່ານຍັງໄດ້ເຄື່ອນໄຫວກວດກາເບິ່ງໂຮງໝໍພາກສະໜາມ (ໂຮງຮຽນອະນຸບານແຂວງ) ເຊິ່ງມີທັງໝົດ 7 ຫ້ອງ, ສາມາດບັນຈຸໄດ້ 50 ກວ່າຕຽງ ຫລື 50 ກວ່າຄົນ, ປັດຈຸບັນໄດ້ກະກຽມທີມງານແພດໝໍ ແລະ ອຸປະກອນທີ່ຈໍາເປັນໄວ້ແລ້ວຈໍານວນໜຶ່ງ.
ທ່ານ ດຣ ເພັດໄໝ ເທບວົງສາ ອໍານວຍການໂຮງໝໍແຂວງເຊກອງ ໄດ້ລາຍງານໃຫ້ຮູ້ວ່າ: ມາຮອດປະຈຸບັນ ມີຕົວເລກຕິດເຊື້ອສະສົມທັງໝົດ 89 ຄົນ, ປິ່ນປົວຫາຍດີສະສົມ 8 ຄົນ, ຍັງສືບຕໍ່ປິ່ນປົວສະສົມ 81 ຄົນ, ໃນນີ້ ນອນປິ່ນປົວຢູ່ສູນປິ່ນປົວໂຮງໝໍແຂວງ 50 ຄົນ ແລະ ປິ່ນປົວຢູ່ໂຮງໝໍທະຫານແຂວງ 31 ຄົນ.
ຂ່າວ: ພຸດທະສອນ