ປ້ຳນ້ຳມັນຄືກຄື້ນເປັນພິເສດ ຫຼັງແອັດຊັງຂາດປ້ຳມາຫຼາຍວັນ

0
192

ໃນສະຖານະການແບບນີ້ ນ້ຳມັນ ຫຼື ສິນຄ້າອື່ນໆຂາດເປັນເລື່ອງທຳມະດາ ຊິວ່າແຕ່ນ້ຳມັນ ສະບູ່ອາບນ້ຳບາງຄັ້ງຖ້າເປັນເດືອນຍັງບໍມີສຳລັບບາງຊະນິດ ແລ້ວນ້ຳມັນທີ່ໃຊ້ທຸກວັນຈະບໍ່ໃຫ້ຂາດໄດ້ຈັ່ງໃດ

ແນວໃດກໍ່ແນວ ຄົນຕື່ນເຕັ້ນກັນຍົກໃຫຍ່ເນື່ອງຈາກນະຄອນຫຼວງວຽງຈັນ ບາງປ້ຳຫຼາຍມື້ຜ່ານມາແລ້ວໄດ້ຕິດປະກາດວ່າແອັດຊັງໝົດ ຄົງບໍແມ່ນເພິ່ນກັກດອກ ບໍມີຫົວໜ່ວຍທຸລະກິດໃດທີ່ເຮັດທຸລະກິດບໍຢາກໄດ້ເງິນ ແຕ່ມັນກໍ່ຕ້ອງມີຊ່ວງຂາດເປັນປົກກະຕິ.

ສຳລັບບັນຫາລາຄານ້ຳມັນແອັດຊັງຂາດປ້ຳຢູ່ນະຄອນຫຼວງວຽງຈັນ ຢາກວ່າໄດ້ປະກົດມາແຕ່ອາທິດຜ່ານມາ ຈົນມາຮອດຄືນວັນທີ5 ພະຈິກແມ່ນເຈົ້າຂອງລົດຫຼາຍຄັນເກືອບຈະໄດ້ຊຸກລົດເກັບບ້ານເນື່ອງຈາກເກີດປາກົດການຄົນແຫ່ໄປໃສ່ນຳ້ມັນຫຼາຍຕັ້ງແຄ່ເວນ.

ແຕ່ຫລັງຈາກນັ້ນໃນເຊົ້າວັນທີ 06 ພະຈິກ 2021 ລາຄານຳ້ມັນຈະປັບໂຕຂື້ນທັນທີ ແຕ່ລັກສະນະເຊັ່ນນີ້ຄົງບໍແມ່ນການກັກຕຸນ ອາດຈະເປັນການຂົນສົ່ງນ້ຳມັນມາບໍ່ທັນ ກາດນ້ຳມັນເປັນສິນຄ້າທີ່ລັດຖະບານຄວບຄຸມໂດຍກົງ ລັດຄົງບໍປ່ອຍໃຫ້ສັງຄົມເດືອດຮ້ອນດອກ ທັງໝົດເປັນປະຊາຂົນຕື່ນກັນເອງ ຈົບຂ່າວ!

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.