ເຮືອບິນຂົນສິນຄ້າຂອງປະເທດເບລາຣຸສ ປະສົບອຸບັດຕິເຫດຕົກ

0
180

ເຮືອບິນຂົນສິນຄ້າຂອງປະເທດເບລາຣຸສ ປະສົບອຸບັດຕິເຫດຕົກ

ສຳນັກງານຂົນສົ່ງທາງອາກາດແຫ່ງຊາດຣັສເຊຍ (Rosaviatsiya) ລະບຸວ່າ: ເຮືອບິນ Antonov A-12 ເຊີ່ງເປັນຂອງບໍລິສັດ Grodno ສັນຊາດປະເທດເບລາຣຸສ ມີການບິນວົນຢູ່ຫຼາຍຮອບເພື່ອກຽມລົງຈອດ ກ່ອນທີ່ເຄື່ອງບິນຈະຫາຍໄປຈາກໜ້າຈໍເຣດາບໍລິເວນນອກເມືອງ (Irkutsk)ຈາກຄິບວີດີໂອທີ່ຖືກຖ່າຍໄວ້ຈາກຈຸດເກີດເຫດທີ່ເຄື່ອງບິນຕົກເປີດເຜີຍໃຫ້ເຫັນເຈົ້າໜ້າທີ່ກູ້ໄພຣັສເຊຍກຳລັງດັບໄຟທີ່ລຸກໄໝ້ຊາກເຮືອບິນ

ໃນສະພາບອາກາດທີ່ເໜັບໜາວ ເຊີ່ງທາງຄະນະການສອບສວນແຫ່ງຣັສເຊຍຢູ່ລະຫວ່າງການສືບສວນຫາສາເຫດວ່າ ນີ້ແມ່ນການລະເມີດກົດດ້ານຄວາມປອດໄພການຂົນສົ່ງ ຫຼື ບໍ່ດ້ານທາງການເບລາຣຸສ ຢືນຢັນວ່າ: ເຮືອບິນລຳນີ້ມີລູກເຮືອສັນຊາດເບລາຣຸສ 3 ຄົນ, ຣັສເຊຍ 2 ຄົນ, ຢູເຄຣນ 2 ຄົນ ແລະຜູ້ໂດຍສານ 2 ຄົນ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດໃນເຮືອບິນດັ່ງກ່າວເຊີ່ງ

ແຕ່ລະຄົນລ້ວນແຕ່ມີປະສົບການສູງ ແລະຂະນະທີ່ເກີດເຫດເຮືອບິນບໍ່ໄດ້ບັນທຸກສີນຄ້າ

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.